ສະເໜີທ່ານ ເວືອງດິ່ງເຫ້ວດຳລົງຕຳແໜ່ງປະທານສະພາແຫ່ງຊາດຊຸດທີ XV

(VOVWORLD) -ຄະນະປະຈຳສະພາແຫ່ງຊບາດໄດ້ຍື່ນບັນຊີລາຍຊື່ສະເໜີແຕ່ງຕັ້ງເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງປະທານສະພາແຫ່ງຊາດ
ສະເໜີທ່ານ ເວືອງດິ່ງເຫ້ວດຳລົງຕຳແໜ່ງປະທານສະພາແຫ່ງຊາດຊຸດທີ XV - ảnh 1ຍື່ນສະເໜີຕໍ່ສະພາແຫ່ງຊາດເລືອກຕັ້ງທ່ານ ເວືອງດິ່ງເຫ້ວ ດຳລົງຕຳແໜ່ງປະທານສະພາແຫ່ງຊາດຊຸດທີ XV
(ພາບ: vnexpress.net)

ຕອນເຊົ້າວັນທີ 20 ກໍລະກົດ, ໃນຂອບເຂດກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຄະນະປະຈຳສະພາແຫ່ງຊບາດໄດ້ຍື່ນບັນຊີລາຍຊື່ສະເໜີແຕ່ງຕັ້ງເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງປະທານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ແລະ ສະມາຊິກກຳມາທິປະຈຳການສະພາແຫ່ງຊາດຊຸດທີ XV. ໃນບັນຊີລາຍຊື່ສະເໜີຂອງກຳມາທິການປະຈຳສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫ້ວ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຊຸດທີ XIV, ປະທານສະພາເລືອກຕັ້ງແຫ່ງຊາດໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດເລືອກຕັ້ງເປັນຜູ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດຊຸດທີ XV. ບຸກຄະລາກອນ 4 ທ່ານໄດ້ຮັບການແນະນຳເລືອກຕັ້ງດຳລົງຕຳແໜ່ງຮອງປະທານສະພາແຫ່ງຊາດລວມມີທ່ານ ເຈິ່ນແທັງເໝີນ, ທ່ານ ຫງວຽນຄັກດິ້ງ, ທ່ານ ຫງວຽນດຶກຫາຍ(ລ້ວນແຕ່ແມ່ນຮອງປະທານສະພາແຫ່ງຊາດຊຸດທີ XIV) ແລະ ທ່ານ ພົນໂທ ເຈິ່ນກວາງເຟືອງ.

ແລະກໍ່ໃນຕອນບ່າຍວັນທີ 20 ກໍລະກົດ, ພາຍຫຼັງເລືອກຕັ້ງທ່ານເວືອງດິ່ງເຫ້ວດຳລົງຕຳແໜ່ງປະທານສະພາແຫ່ງຊາດຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດໄດ້ດຳເນີນການເລືອກຕັ້ງຮອງປະທານສະພາແຫ່ງຊາດ ແລະ ກຳມະການຄະນະປະຈຳສະພາແຫ່ງຊາດຊຸດທີ XV ດ້ວຍຮູບການປ່ອນບັດເລືອກຕັ້ງລັບ. ໝາກຜົນຂອງການນັບບັດເລືອກຕັ້ງສະແດງໃຫ້ເຫັນວ່າ ມີ 17 ຄົນໃນບັນຊີລາຍຊື່ແນະນຳລ້ວນແຕ່ໄດ້ຮັບການເລືອກຕັ້ງ, ໃນນັ້ນ ມີ 13 ຄົນໄດ້ຮັບການເລືອກຕັ້ງຄືນໃໝ່ ແລະ 4 ຄົນໄດ້ຮັບການເລືອກຕັ້ງຄັ້ງທຳອິດ.

ໃນຈຳນວນຮອງປະທານສະພາແຫ່ງຊາດ 4 ທ່ານທີ່ຫາກໍໄດ້ຮັບການເລືອກຕັ້ງມີ 3 ທ່ານໄດ້ຮັບການເລືອກຕັ້ງຄືນໃໝ່ລວມມີ ທ່ານ ເຈິ່ນແທັງເໝີນ, ທ່ານ ຫງວຽນຄັກດິງ, ທ່ານ ຫງວຽນດຶກຫ໋າຍ. ມີທ່ານໜຶ່ງໄດ້ຮັບການເລືອກຕັ້ງຄັ້ງທຳອິດແມ່ນທ່ານ ພົນໂທ ເຈິ່ນກວາງເຟືອງ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ