ສະເໜີບັນດາມາດຕະການເພື່ອພັດທະນາຜະລິດຕະພັນໂສມ ງອັກລີງ ໃຫ້ໝັ້ນຄົງ

(VOVWORLD) -  ພາຍຫຼັງຫຼາຍປີທີ່ຮັກສາແນວພັນ, ມາຮອດປະຈຸບັນ, ແຂວງ ກອນຕຸມ ມີຍອດເນື້ອທີ່ໂສມງອັກລີງກ່ວາ 1.260 ເຮັກຕາ, ດ້ວຍຍອດຜະລິດຕະພັນຄາດວ່າບັນລຸ 213 ໂຕນ
ສະເໜີບັນດາມາດຕະການເພື່ອພັດທະນາຜະລິດຕະພັນໂສມ ງອັກລີງ ໃຫ້ໝັ້ນຄົງ - ảnh 1ທ່ານ ຮວິ່ງແທັ່ງດາດ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ການເຮັດວຽກ
(ພາບ: VOV)

ຕອນບ່າຍວັນທີ 5 ພະຈິກ, ຢູ່ນະຄອນ ກອນຕຸມ, ທ່ານ ຮວິ່ງແທັ່ງດາດ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຮັດວຽກກັບການນຳແຂວງ ກອນຕຸມ ແລະ ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນ, ກ່ຽວກັບການພັດທະນາໂສມງອກລີງ ແລະ ຜະລິດຕະພັນລະດັບຊາດໂສມ ຫວຽດນາມ ເຊິ່ງຈຸດສຸມແມ່ນໂສມງອັກລີງ.

          ພາຍຫຼັງຫຼາຍປີທີ່ຮັກສາແນວພັນ, ມາຮອດປະຈຸບັນ, ແຂວງ ກອນຕຸມ ມີຍອດເນື້ອທີ່ໂສມງອັກລີງກ່ວາ 1.260 ເຮັກຕາ, ດ້ວຍຍອດຜະລິດຕະພັນຄາດວ່າບັນລຸ 213 ໂຕນ. ເປົ້າໝາຍຂອງແຂວງວາງອອກຮອດປີ 2025 ແມ່ນບັນລຸເນື້ອທີ່ປູກໂສມງອັກລີງ 4.500 ເຮັກຕາ. ຍ້ອນເຫດນັ້ນ, ແຕ່ລະປີ, ແຂວງຕ້ອງປູກໃໝ່ໃນເນື້ອທີ່ປະມານ 900 ເຮັກຕາ. ທ່ານ ຮວິ່ງແທັ່ງດາດ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ, ກະຊວງຈະມອບຄວາມຮັບຜິດຊອບລະອຽດໃຫ້ແກ່ແຕ່ລະຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງ ແລະ ຮຽກຮ້ອງໃຫ້ບັນດາຫົວໜ່ວຍຄົ້ນຄ້ວາຜັນຂະຫຍາຍປະຕິບັດຢ່າງວ່ອງໄວ. ທ່ານລັດຖະມົນຕີ ຮວິ່ງແທັ່ງດາດ ຢັ້ງຢືນວ່າ ນີ້ກໍ່ແມ່ນບັນດາມາດຕະການສຳຄັນ ແລະ ເປັນພື້ນຖານເພື່ອພັດທະນາຜະລິດຕະພັນໂສມງອັກລີງໃຫ້ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ