ສະເໜີປື້ມ “ຫວຽດນາມ ແລະ ທະເລ ຕາເວັນອອກ”

ສະເໜີປື້ມ “ຫວຽດນາມ ແລະ ທະເລ ຕາເວັນອອກ” - ảnh 1
(ພາບ:thanhnien.com.vn)

ກອງ​ທຶນ​ສັນຕິພາບ ​ແລະ ພັດທະນາ​ຫວຽດນາມ ຫາ​ກໍ່​​ສະ​ເໜີ​ປື້​ມຫົວ​ໜຶ່ງ​ທີ່​ມີ​ຊື່ວ່າ: ຫວຽດນາມ ​ແລະ ທະ​ເລ​ຕາ​ເວັນ​ອອກ. ປື້​ມຫົວ​ນີ້ ​ໄດ້​ຮັບ​ການ​ຮຽບຮຽງ​ເພື່ອ​​ແນໃສ່ຊ່ວຍ​ໃຫ້ຫາ​ງສຽງ​ພາຍ​ໃນ ​ແລະ ຕ່າງ
ປະ​ເທດ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ບັນຫາ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ເຖິງ​ທະ​ເລຕາ​ເວັນ​ອອກ, ​ແກະ​ຮ່ວາງ​ຊາ, ​ເຈື່ອງ​ຊາ ກໍ່​ຄື​ຫຼັກ​ໝັ້ນ​ຂອງ​ຫວຽດນາມ​ໃນ​ການ​ແກ້​ໄຂ​ການ​ພິພາດຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ຈຳນວນ 40 ໜ້າ, ປື້​ມຫົວນີ້​ລວມມີ​ບັນຫາ​ຕ່າງ​ໆ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ ຢ່າງ​ຄົບ​ຖ້ວນ ​ແລະ ຮອບດ້ານ. ປື້​ມສະ​ແດງ​ໃຫ້​ເຫັນ​​​ແຜນ​ນະ​ໂຍບາຍ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ເລື່ອງ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ສັນຕິ​ວິທີ ຢ່າງ​ຈະ​ແຈ້ງ ​ແລະ ຄົບ​ຖ້ວນ, ກ່ຽວ​ກັບ​ການ​ຊຸກຍູ້ ​ແລະ ປະຕິບັດ​​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື DOC) ຢ່າງ​ຄົບ​ຖ້ວນ, ມຸ້ງ​ໄປ​ສູ່​ການ​ສ້າງ​ຂໍ້​ກຳນົດ​ການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື COC), ຫຼັກ​ໝັ້ນ​ຂອງ​ຫວຽດນາມ ກ່ຽວ​ກັບ​ຄຳ​ຮຽກ​ສິດ “​ເສັ້ນທາງ​ລີ້ນ​ງົວ“ ຂອງ ຈີນ, ກ່ຽວ​ກັບ​ການ​ຫາ​ປາ​ຂອງ​ຊາວ​ປະມົງ​ຫວຽດນາມ
ຢູ່​ໝູ່​ເກາະ ຮ່ວາງ​ຊາ.

ຂ່າວ/ບົດ​ອື່ນ