ສະເໜີປື້ມພາສາລັດເຊຍສະເຫຼີມສະຫຼອງຄັ້ງທຳອິດທີ່ປະທານ ໂຮ່ຈີມິນ ໄປໂຊວຽດ

ສະເໜີປື້ມພາສາລັດເຊຍສະເຫຼີມສະຫຼອງຄັ້ງທຳອິດທີ່ປະທານ ໂຮ່ຈີມິນ ໄປໂຊວຽດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 30/6, ຢູ່​ສະຫະພັນ​ລັດ​ເຊຍ ​ໄດ້​ຈັດ​ພິທີ​ສະ​ເໜີປື້​ມ ”​ເມື່ອ​ຄົນ​ຫວຽດນາມ​ຜູ້​ທຳ​ອິດ​ເຂົ້າ​ວັງ Kremli” ດ້ວຍ​ພາສາ​ລັດ​ເຊຍ​ຂອງ​ທ່ານ ຫວູກີ່, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 90 ປີ ​ແຫ່ງ​ວັນ​ປະທານ ​ໂຮ່ຈີ​ມິນ ​ໄປ​ປະ​ເທດ​ໂຊ​ວຽດ (30/6/1922-30/6/2013). ປື້​ມຫົວ​ນີ້​ໄດ້​ບັນທຶກ​ການ​ຢ້ຽມຢາມ​ໂຊ​ວຽດ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 1955 ພ້ອມ​ກັບ​ການ​ຢ້ຽມຢາມ​​ໂຊ​ວຽດຄັ້ງຕ່າງໆ​ຂອງ​ເພິ່ນ. ທ່ານ Evghenhy Pavlovic Glazunov, ປະທານ​ກິ​ຕິ​ມາ​ສັກ ສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ, ທັງ​ແມ່ນນັກ​​ແປ​ຈາກ​ພາສາຫວຽດ ​ເປັນ​ພາສາ​ລັດ​ເຊຍ, ​ໃຫ້​ຮູ້​ວ່າ:

“​ເມື່ອ​ແປ​ພາສາ​​ໃຫ້​ປື້​ມຫົວ​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ແປກ​ປະຫຼາດ​ທີ່​ສຸດ​ຕໍ່​ຄວາມ​ມຸ້ງ​ຫວັງ​ຢາກ​ມີ​ຄວາມ​ຮູ້​ຂອງ​ປະທານ ​ໂຮ່ຈີ​ມິນ. ​ເພິ່ນ​ແມ່ນ​ຜູ້​ເມົາ​ມົວ​ກັບ​ຄວາມ​ຮູ້ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ທຸກ​ສິ່ງ​ທຸກ​ຢ່າງ. ​ເພິ່ນ​ກໍ່​ແມ່ນ​ຜູ້​ທີ່​​ໄດ້ໄປ​ຫຼາຍ​ແຫ່ງ, ພົບ​ປະ​ກັບ​ຫຼາຍ​ຄົນ. ຂ້າພະ​ເຈົ້າ​ກໍ່​ຮູ້ສຶກ​ແປກ​ປະຫຼາດ​ໃຈ​ຕໍ່​ກຳລັງ​ແຮງ​ຂອງ​ທ່ານ​ປະ​ທານ ​ໂຮ່ຈີ​ມິນ ​ເມື່ອ​ທ່ານ​ໄປ​ປະຕິບັດ​ງານ​ເຖິງ 9-10 ປະ​ເທດ​ສາທາລະນະ​ລັດ ດ້ວຍ​ໄລຍະ​ທາງກວ່າ 16.000 ກິ​ໂລ​ແມດ. ສິ່ງ​ດັ່ງກ່າວ​ສຳລັບ​ຜູ້​ໜຸ່ມ​ກໍ່​ແມ່ນ​ເລື່ອງ​ຍາກ​ທີ່​ຈະ​ປະຕິບັດ​ໄດ້, ​ແຕ່​ປະທານ ​ໂຮ່ຈີ​ມິນ​ພັດ​ເຮັດ​ໄດ້, ມັນ​ເປັນ​ສິ່ງ​ທີ່​ໜ້າ​ເຄົາລົບ​ນັບຖື​ແທ້ໆ“.

ປື້​ມຫົວ​ນີ້ ຈະ​ປະກອບສ່ວນ​ປັບປຸງ​ຄວາມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ໃຫ້​ແກ່​ລຸ້ນໜຸ່ມ​ຂອງ​ລັດ​ເຊຍ ກ່ຽວ​ກັບ​ປະທານ ​ໂຮ່ຈີ​ມິນ ກໍ່​ຄື​ມູນ​ເຊື້ອ​ມິດຕະພາບ, ຄວາມ​ສະໜິດ​ຕິດ​ພັນ​ທີ່​ມີ​ມາ​ແຕ່​ດົນ​ນານ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລັດ​ເຊຍ.

ຂ່າວ/ບົດ​ອື່ນ