ສະ​ເໜີ​ມາດ​ຕະ​ການ​ນະ​ໂຍ​ບາຍ​ອາ​ກອນ​ເພື່ອ​ຄວບ​ຄຸມ​ການ​ນຳ​ໃຊ້​ຢາ​ສູບ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ຢູ່ ຫວຽດ​ນາມ

(VOVWORLD) -   ການນຳໃຊ້ຢາສູບແມ່ນໜຶ່ງໃນບັນດາສາຍເຫດແຖວໜ້າທີ່ພາໃຫ້ເກີດພະຍາດໂລຄາ ແລະ ເສຍຊີວິດໄວ. ຫວຽດນາມ ນອນໃນກຸ່ມ 15 ປະເທດໃນໂລກ ທີ່ມີຜູ້ສູບຢາຫຼາຍທີ່ສຸດ.
ສະ​ເໜີ​ມາດ​ຕະ​ການ​ນະ​ໂຍ​ບາຍ​ອາ​ກອນ​ເພື່ອ​ຄວບ​ຄຸມ​ການ​ນຳ​ໃຊ້​ຢາ​ສູບ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ຢູ່ ຫວຽດ​ນາມ - ảnh 1ກອງປະຊຸມສຳມະນາ (ພາບ: VOV) 

ຕອນເຊົ້າວັນທີ 13 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ສົມທົບກັບອົງການ Healthbridge ການາດາ ປະຈຳ ຫວຽດນາມ ຈັດກອງປະຊຸມສຳມະນາສະໜອງຂໍ້ມູນກ່ຽວກັບຜົນຮ້າຍຂອງຢາສູບ ແລະ ບົດບາດຂອງນະໂຍບາຍອາກອນໃນການປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບສຳລັບຖັນແຖວນັກຂ່າວ, ບັນນາທິການບັນດາອົງການສື່ມວນຊົນສູນກາງ.

        ການນຳໃຊ້ຢາສູບແມ່ນໜຶ່ງໃນບັນດາສາຍເຫດແຖວໜ້າທີ່ພາໃຫ້ເກີດພະຍາດໂລຄາ ແລະ ເສຍຊີວິດໄວ. ຫວຽດນາມ ນອນໃນກຸ່ມ 15 ປະເທດໃນໂລກ ທີ່ມີຜູ້ສູບຢາຫຼາຍທີ່ສຸດ. ໃນກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ ອາກອນ ແລະ ລາຄາ ແມ່ນມາດຕະການທີ່ເສຍຄ່າໃຊ້ຈ່າຍຕ່ຳ ແຕ່ນຳມາເຊິ່ງປະສິດທິຜົນສູງໃນການຫຼຸດຜ່ອນການສູບຢາ. ທ່ານ ປທ. ດ່າວເທເຊີນ, ນັກຊ່ຽວຊານດ້ານເສດຖະກິດ, ຖືວ່າ ອັດຕາອາກອນຂາດຕົວ ຕ້ອງໄດ້ຮັບການເພີ່ມຂຶ້ນສູງກວ່າ:

        “ເພື່ອບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກ ແລະ ຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ ຫວຽດນາມ, ປີ 2026 ເພີ່ມເຕີມອັດຕາອາກອນຂາດຕົວແມ່ນ 5.000 ດົ່ງ (0,2 USD) ສຳລັບຢາສູບຊ່ອງໜຶ່ງ, ຮອດປີ 2030 ຕ້ອງເພີ່ມອັດຕາອາກອນຂາດຕົວ 15.000ດົ່ງ (1 USD) ສຳລັບຢາສູບຊ່ອງໜຶ່ງ, ຖືກຕ້ອງຕາມຄຳກ່າວເຕືອນຂອງອົງການອະນາໄມໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ