ສະເໜີສ້າງກົດໝາຍວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບສະພາບການປະກາດໃຊ້ ແລະ ການຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ
ສະເໜີສ້າງກົດໝາຍວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ - ảnh 1ທີ່ກອງປະຊຸມສຳມະນາ
(ພາບ: TTXVN)

        ວັນທີ 08 ທັນວາ, ຢູ່ນະຄອນ ເກິນເທີ, ຄະນະກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບອົງການຮ່ວມມືພັດທະນາ ເຢຍລະມັນ (GIZ) ຈັດກອງປະຊຸມສຳມະນາ “ສະພາບການປະກາດໃຊ້ ແລະ ປະຕິບັດກົດໝາຍວ່າດ້ວຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ ໄລຍະ 2016 – 2021 ແລະ ມາດຕະການແກ້ໄຂໃນໄລຍະຈະມາເຖິງ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບສະພາບການປະກາດໃຊ້ ແລະ ການຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ; ການປະຕິບັດໂຄງການເປົ້າໝາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການເຕີບໂຕສີຂຽວໄລຍະ 2016 – 2020; ເພີ່ມທະວີການປະຕິບັດກົດໝາຍວ່າດ້ວຍການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ. ມີຜູ້ແທນຫຼາຍທ່ານຖືວ່າ, ເລື່ອງສ້າງກົດໝາຍວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດເພື່ອ “ກວມລວມ” ເອົາທຸກຂົງເຂດແມ່ນມີຄວາມຈຳເປັນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ