ສະເໜີເລື່ອນວັນເວລາຈັດ AFF Suzuki Cup 2020 ໄປເຖິງເດືອນທັນວາ 2021

(VOVWORLD) -ຄະນະຈັດຕັ້ງງານແຂ່ງຂັນກິລາບານເຕະອາຊີຕາເວັນອອກສ່ຽງໃຕ້ ໄດ້ສືບຕໍ່ສະເໜີເລື່ອນວັນເວລາຈັດຕັ້ງໄປເຖິງເດືອນທັນວາ ປີ 2021.
ສະເໜີເລື່ອນວັນເວລາຈັດ AFF Suzuki Cup 2020 ໄປເຖິງເດືອນທັນວາ 2021 - ảnh 1(ພາບປະກອບ: VTV)

ຕອນບ່າຍວັນທີ 07 ທັນວາ, ທ່ານຮອງປະທານຜູ້ປະຈຳການສະຫະພັນບານເຕະຫວຽດນາມ ເຈິ່ນກວ໊ກຕ໊ວນ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂອງຄະນະແຂ່ງຂັນສະຫະພັນບານເຕະອາຊີຕາເວັນອອກສ່ຽງໃຕ້ (AFF) ໃນຕອນບ່າຍວັນທີ 07 ທັນວາ ເພື່ອປຶກສາຫາລື ແລະ ຮັບຮອງເອົາບັນດາຂໍ້ສະເໜີແຜນການຈັດຕັ້ງບັນດາການແຂ່ງຂັນໃນປີ 2021. ທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະແຂ່ງຂັນສະຫະພັນບານເຕະອາຊີຕາເວັນອອກສ່ຽງໃຕ້ ໄດ້ປະກອບຄຳເຫັນໃສ່ການກຳນົດທິດຈັດຕັ້ງບັນດານັດແຂ່ງຂັນຂຶ້ນກັບລະບົບແຂ່ງຂັນຂອງອາຊີຕາເວັນອອກສ່ຽງໃຕ້ໃນປີ 2021, ພິເສດແມ່ນລະບົບບັນດາງານແຂ່ງຂັນໜຸ່ມ ແລະ ງານແຂ່ງຂັນບານເຕະຊິງຊະນະເລີດອາຊີຕາເວັນອອກສ່ຽງໃຕ້ (AFF Suzuki Cup 2020). ຄະນະຈັດຕັ້ງງານແຂ່ງຂັນກິລາບານເຕະອາຊີຕາເວັນອອກສ່ຽງໃຕ້ ໄດ້ສືບຕໍ່ສະເໜີເລື່ອນວັນເວລາຈັດຕັ້ງໄປເຖິງເດືອນທັນວາ ປີ 2021. ຄາດວ່າ ຈະຈັດນັບແຕ່ວັນທີ 05 ທັນວາ 2021 ຫາວັນທີ 01 ມັງກອນ 2022.

ຕອບກັບ

ຂ່າວ/ບົດ​ອື່ນ