ສະເໜີໃຫ້ ຟີລິບປິນ ໜູນຊ່ວຍພົນລະເມືອງ ຫວຽດນາມ ໄດ້ຮັບການກອບກູ້ຢູ່ Pampanga

(VOVWORLD) - ຕາມສະຖານທູດ ຫວຽດນາມ ປະຈຳ ຟິລິບປິນ ແລ້ວ, ວັນທີ 04 ພຶດສະພາ, ບັນດາກຳລັງທີ່ມີໜ້າທີ່ຂອງ ຟີລິບປິນ ໄດ້ກອບກູ້ຜູ້ອອກແຮງງານກວ່າ 1.000 ຄົນ, ໃນນັ້ນມີພົນລະເມືອງ ຫວຽດນາມ
ສະເໜີໃຫ້ ຟີລິບປິນ ໜູນຊ່ວຍພົນລະເມືອງ ຫວຽດນາມ ໄດ້ຮັບການກອບກູ້ຢູ່ Pampanga - ảnh 1ກຳລັງທີ່ມີໜ້າທີ່ຂອງ ຟີລິບປິນ ໄດ້ກອບກູ້ຜູ້ອອກແຮງງານກວ່າ 1.000 ຄົນ
(ພາບ: AFP)

        ວັນທີ 09 ພຶດສະພາ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ, ກ່ຽວຂ້ອງເຖິງເຫດມີຜູ້ອອກແຮງງານກວ່າ 1.000 ຄົນຖືກບີບບັງຄັບ, ໃນນັ້ນມີພົນລະເມືອງ ຫວຽດນາມ, ໄດ້ຮັບການກອບກູ້ຢູ່ ຟີລິບປິນ, ກະຊວງການຕ່າງປະເທດ ຫວຽດນາມ ສະເໜີໃຫ້ສະຖານທູດ ຟີລິບປິນ ປະຈຳ ຫວຽດນາມ ແລະ ຝ່າຍ ຟີລິບປິນ ຈົ່ງໃຫ້ການໜູນຊ່ວຍ.

        ຕາມສະຖານທູດ ຫວຽດນາມ ປະຈຳ ຟິລິບປິນ ແລ້ວ, ວັນທີ 04 ພຶດສະພາ, ບັນດາກຳລັງທີ່ມີໜ້າທີ່ຂອງ ຟີລິບປິນ ໄດ້ກອບກູ້ຜູ້ອອກແຮງງານກວ່າ 1.000 ຄົນ, ໃນນັ້ນມີພົນລະເມືອງ ຫວຽດນາມ, ຖືກບັງຄັບເຮັດວຽກໃນຮາກຖານໂດຍກຸ່ມບໍລິສັດ Clark Sun Valley Hub ເປັນເຈົ້າຂອງ, ຢູ່ Pampanga, ໃກ້ກັບນະຄອນຫຼວງ ມານີລາ. ບັນດາຜູ້ອອກແຮງງານດັ່ງກ່າວພວມອາໄສຢ່າງປອດໄພຢູ່ສະຖານທີ່ແຫ່ງໜຶ່ງໂດຍອົງການທີ່ມີໜ້າທີ່ຂອງ ຟີລິບປິນ ຈັດໃຫ້.

        ພາຍຫຼັງໄດ້ຮັບຂ່າວ, ໃນວັນທີ 06 ແລະ 09 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ຟີລິບປິນ ໄດ້ໄປຢື້ຢາມຖາມຂ່າວ, ດຳເນີນການສຳພາດ, ຂຶ້ນບັນຊີລາຍຊື່ ແລະ ເກັບຂໍ້ມູນກ່ຽວກັບພົນລະເມືອງ ຫວຽດນາມ. ສະຖານ ທູດ ຫວຽດນາມ ພວມສົມທົບກັບອົງການທີ່ມີໜ້າທີ່ປະຈຳຖິ່ນເພື່ອສ້າງແຜນການໜູນຊ່ວຍພົນລະເມືອງ ພາຍຫຼັງທີ່ຝ່າຍ ຟີລິບປິນ ອອກຂໍ້ສະຫຼຸບສຸດທ້າຍກ່ຽວກັບເຫດການດັ່ງກ່າວ.

ໃນກໍ່ລະນີພົນລະເມືອງໄດ້ຮັບຂ່າວກ່ຽວກັບຍາດຕິພີ່ນ້ອງຖືກບັງຄັບເຮັດວຽກ, ຫຼອກລວງຢູ່ຕ່າງປະເທດ, ສະເໜີໃຫ້ສະໜອງຂໍ້ມູນໃຫ້ສູນຕິດຕໍ່ການປົກປ້ອງພົນລະເມືອງຜ່ານເບີໂທລະສັບ +84 981845454, ກົມກົງສູງກະຊວງການຕ່າງປະເທດ (ອີເມັວ: baohocongdan@gmail.com), ຫຼືໂທມາໂທລະສັບສາຍດ່ວນປົກປ້ອງພົນລະເມືອງ ສະຖານທູດ ຫວຽດນາມ ປະຈຳ ຟີລິບປິນດ້ວຍເບີ +63 9982756666 ຫຼື ອົງການຜູ້ຕາງໜ້າ ຫວຽດນາມ ຢູ່ບ່ອນໃກ້ທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ