ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ພະ​ນັກ​ງານ​ເຮັດ​ວຽກ​ໃນ​ຂະ​ແໜງ​ການ​ສຶກ​ສາ ເນື່ອງ​ໃນ​ໂອ​ກາ​ດ​ວັນ​ຄູ​ແຫ່ງ​ຊາດ ຫວຽດ​ນາມ

(VOVWORLD) - ບັນດາຄູອາຈານດີເດັ່ນຢູ່ຫຼາຍເຂດປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ ໄດ້ຢັ້ງຢືນວ່າ ຈະສືບຕໍ່ປະຕິບັດໜ້າທີ່ໃຫ້ເປັນຢ່າງດີ, ສຸດຈິດສຸດໃຈເພື່ອນັກຮຽນທີ່ຮັກແພງຂອງຕົນ.
ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ພະ​ນັກ​ງານ​ເຮັດ​ວຽກ​ໃນ​ຂະ​ແໜງ​ການ​ສຶກ​ສາ ເນື່ອງ​ໃນ​ໂອ​ກາ​ດ​ວັນ​ຄູ​ແຫ່ງ​ຊາດ ຫວຽດ​ນາມ - ảnh 1ງານພົບປະສັງສັນ, ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານທີ່ເຮັດວຽກໃນຂະແໜງການສຶກສາ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຫວຽດນາມ ຄົບຮອບ 41 ປີ (1982 – 2023), ຕອນບ່າຍວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, 4 ອົງການສື່ມວນຊົນ, ລວມມີ: ວິທະຍຸກະຈາຍສຽງ ຫວຽດນາມ (VOV), ໜັງສືພິມ ເຍິນເຢິນ, ສຳນັກຂ່າວສານ ຫວຽດນາມ, ສະຖານີໂທລະພາບ ຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈັດງານພົບປະສັງສັນ, ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານທີ່ເຮັດວຽກໃນຂະແໜງການສຶກສາ.

        ເຂົ້າຮ່ວມງານພົບປະສັງສັນ, ບັນດາຄູອາຈານດີເດັ່ນຢູ່ຫຼາຍເຂດປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ ໄດ້ຢັ້ງຢືນວ່າ ຈະສືບຕໍ່ປະຕິບັດໜ້າທີ່ໃຫ້ເປັນຢ່າງດີ, ສຸດຈິດສຸດໃຈເພື່ອນັກຮຽນທີ່ຮັກແພງຂອງຕົນ. ເອື້ອຍຄູ ດັ້ງທິນຸ, ຄູສອນຂອງໂຮງຮຽນມັດທະຍົມຕອນຕົ້ນເຄິ່ງກິນນອນຊົນເຜົ່າ ສູງຈ໋າຍ, ເມືອງ ດົ່ງວັນ, ແຂວງ ຮ່າຢາງ ແບ່ງປັນວ່າ:

        “ສຳລັບຜູ້ເປັນຄູ, ອາຈານ ວຽກງານຫຼັກແມ່ນການສິດສອນ, ສົ່ງຄວາມຮູ້ ແລະ ຝຶກຝົນບຸກຄະລິກກະພາບໃຫ້ແກ່ນ້ອງນັກຮຽນ. ນັ້ນແມ່ນວຽກງານທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແຕ່ກໍແມ່ນຄວາມເອກອ້າງທະນົງໃຈ. ຂ້າພະເຈົ້າເອງ ໄດ້ ແລະ ຈະສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອບັນລຸໄດ້ບັນດາຜົນງານທີ່ສູງກວ່າ ໃນຊຸມປີຕໍ່ໜ້າ; ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ ໃຫ້ເປັນຢ່າງດີທີ່ສຸດ ແລະ ສຸດຈິດສຸດໃຈຮັກແພງນ້ອງນັກຮຽນ”.

        ກໍໃນຕອນຄ່ຳວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ, ກຳມາທິການຊົນເຜົ່າ ແລະ ກຸ່ມບໍລິສັດ ທຽນລອງ ຈັດລາຍການ “ແບ່ງປັນພ້ອມກັບຄູອາຈານ” ປີ 2023, ຍ້ອງຍໍຊົມເຊີຍຄູ, ອາຈານດີເດັ່ນ 58 ຄົນ ເຊິ່ງພວມເຮັດວຽກຢູ່ບັນດາຕາແສງທີ່ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ