ສະແດງຄວາມຮູ້ບຸນຄຸນຖັນແຖວແພດໝໍໃນການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ຢູ່ ແຂວງຫາຍເຢືອງ

(VOVWORLD) -ການນຳແຂວງ ຫາຍເຢືອງ ກໍ່ໄດ້ລົງຢ້ຽມຢາມ ມອບຂອງຂວັນ ແລະ ລະດົມກຳລັງໃຈຖັນແຖວພະນັກງານແພດໝໍ
ສະແດງຄວາມຮູ້ບຸນຄຸນຖັນແຖວແພດໝໍໃນການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ຢູ່ ແຂວງຫາຍເຢືອງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ສົ່ງດອກໄມ້ອວຍພອນບັນດາແພດໝໍ
ພາບ:vietnam+

ເນື່ອງໃນໂອກາດສະເຫລີມສະຫລອງ 66 ປີແຫ່ງວັນແພດໝໍ ຫວຽດນາມ (27/2/1955-27/2/2021) ຕອນເຊົ້າວັນທີ 25 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວນຟຸກ ໄດ້ສົ່ງກະເຊົ້າດອກໄມ້ສົດອັນສວຍງາມ ລົງອວຍພອນບັນດາແພດໝໍ ພະນັກງານການແພດ ແລະ ນັກສຶກສາບັນດາໂຮງຮຽນແພດສາດ ການຢາ ພວມປະຕິບັດຫນ້າທີ່ຕ້ານໂລກລະບາດໂຄວິດ 19 ຢູ່ ແຂວງ ຫາຍເຢືອງ.

ໃນວັນດຽວກັນ ການນຳແຂວງ ຫາຍເຢືອງ ກໍ່ໄດ້ລົງຢ້ຽມຢາມ ມອບຂອງຂວັນ ແລະ ລະດົມກຳລັງໃຈຖັນແຖວພະນັກງານແພດໝໍຢູ່ທີ່ນີ້ເຊັ່ນດຽວກັນ. ທ່ານ ຈ້ຽວເທຮຸ່ງ ຮອງເລຂາຄະນະພັກ ແຂວງ ຫາຍເຢືອງ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ກັບພະນັກງານແພດໝໍລຸ້ນຕ່າງໆເວົ້າລວມ ແລະ ຂໍຂອບໃຈອັນຈິ່ງໃຈມາຍັງຖັນແຖວຜູ້ຊ່ຽວຊານ, ແພດໝໍ, ນັກສຶກສາອາສາສະໝັກ  ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ເຂົ້າຮ່ວມວຽກງານປ້ອງກັນສະກັດກັ້ນໂລກລະບາດຢູ່ແຂວງໃນເກືອບເດືອນຜ່ານມາ.  

ຕອບກັບ

ຂ່າວ/ບົດ​ອື່ນ