ສະ​ໂມ​ສອນ “ເພື່ອ​ໝ​ູ່ເກາະ​ຮ່​ວາງ​ຊາ - ເຈື່ອງ​ຊາ ທີ່​ຮັກ​ແພງ”: ເຊື່ອມ​ຕໍ່​ບັນ​ດາ​ຫົວ​ໃຈ​ມຸ່ງ​ໄປ​ສູ່ເຂດ​ໝູ່​ເກ​າ​ະ ​ຂອງປະ​ເທດ​ຊາດ

(VOVWORLD) -ວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສະໂມສອນ “ເພື່ອໝູ່ເກາະຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ” ໄດ້ຈັ້ດຕັ້ງການສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງ (2014 - 2019).

ສະ​ໂມ​ສອນ “ເພື່ອ​ໝ​ູ່ເກາະ​ຮ່​ວາງ​ຊາ - ເຈື່ອງ​ຊາ ທີ່​ຮັກ​ແພງ”: ເຊື່ອມ​ຕໍ່​ບັນ​ດາ​ຫົວ​ໃຈ​ມຸ່ງ​ໄປ​ສູ່ເຂດ​ໝູ່​ເກ​າ​ະ ​ຂອງປະ​ເທດ​ຊາດ - ảnh 1ພິທີ ສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງສະໂມສອນ “ເພື່ອໝູ່ເກາະຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ”

(ພາບ: Tuoitre.vn)

ວັນທີ 1 ສິງຫາ ປີ 2014, ກອງທຶນການສຶກສາ ວືຶອາຢິ໊ງ ຂຶ້ນກັບສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນໄດ້ສ້າງຕັ້ງສະໂມສອນ “ເພື່ອໝູ່ເກາະຮ່ວາງຊາ - ເຈື່ອງຊາທີ່ຮັກແພງ” ດ້ວຍເປົ້າໝາຍເຊື່ອມຕໍ່ບັນດາຫົວໃຈມຸ່ງໄປສູ່ທະເລໝູ່ເກາະຂອງປະເທດຊາດ. ພາຍຫຼັງແຫ່ງ 5 ປີການເຄື່ອນໄຫວ, ສະໂມສອນ “ເພື່ອໝູ່ເກາະຮ່ວາງຊາ - ເຈື່ອງຊາທີ່ຮັກແພງ” ໄດ້ມີການຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງ. ມາຮອດປັດຈຸບັນ, ສະໂມສອນມີສະມາຊິກບຸກຄົນເກືອບ 1500 ຄົນ, ສະມາຊິກທີ່ເປັນໝູ່ຄະນະ 93 ຄະນະ ໃນທົ່ວປະເທດ ແລະ ຢູ່ເອີລົບ, ທະວີບອົດສະຕາລີ, ສ.ເກົາຫຼີ, ໄທ ພ້ອມກັບ ສະມາຊິກກ່ວາ 2.300 ຄົນທີ່ເຊື່ອມຕໍ່ໃນສື່ສັງຄົມອອນລາຍ facebook.

        ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີ ແຫ່ງວັນສ້າງຕັ້ງ, ສະໂມສອນ“ເພື່ອໝູ່ເກາະ ຮ່ວາງຊາ - ເຈື່ອງຊາທີ່ຮັກແພງ” ໄດ້ປຸກລະດົມການສອບເສັງ “ຂຽນ, ແຕ້ມພາບກ່ຽວກັບທະເລໝູ່ເກາະຂອງປະເທດຊາດຂອງນ້ອງ” ໂດຍສະຫງວນໃຫ້ແກ່ບັນດານ້ອງນັກຮຽນ ແລະ ບັນດາໂຮງຮຽນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ