ສະໂລວາກີ ຖະແຫຼງຢຸດການໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ

(VOVWORLD) - ທ່ານນາຍົກລັດຖະມົນຕີ Robert Fico ໃຫ້ຮູ້ວ່າ, ໄດ້ສະໜັບສະໜູນການໜູນຊ່ວຍມະນຸດສະທຳ ແລະ ພົນລະເຮືອນໃຫ້ແກ່ ຢູແກຼນ
ສະໂລວາກີ ຖະແຫຼງຢຸດການໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ - ảnh 1ທ່ານນາຍົກລັດຖະມົນຕີຄົນໃໝ່ຂອງ ສະໂລວາກີ Robert Fico
(ພາບ: AFP/TTXVN)

        ວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີຄົນໃໝ່ຂອງ ສະໂລວາກີ Robert Fico, ຖະແຫຼງວ່າ ລັດຖະບານປະເທດນີ້ຈະຢຸດຕິທຸກການໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ. ນີ້ແມ່ນປະເທດ ເອີລົບ ທຳອິດໄດ້ຍົກອອກຄຳຖະແຫຼງຄືດັ່ງກ່າວທີ່ກ່ຽວຂ້ອງເຖິງບັນຫາໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ.

        ທີ່ກອງປະຊຸມກັບບັນດາສະມາຊິກລັດຖະສະພາຂອງປະເທດນີ້, ທ່ານນາຍົກລັດຖະມົນຕີ Robert Fico ໃຫ້ຮູ້ວ່າ, ໄດ້ສະໜັບສະໜູນການໜູນຊ່ວຍມະນຸດສະທຳ ແລະ ພົນລະເຮືອນໃຫ້ແກ່ ຢູແກຼນ, ແຕ່ຈະບໍ່ສະໜອງອາວຸດໃຫ້ແກ່ປະເທດນີ້. ທ່ານກໍ່ຖືວ່າ, ສະຫະພາບເອີລົບ (ອີຢູ) ຕ້ອງປ່ຽນແປງບົດບາດ, ຈາກນັກສະໜອງອາວຸດໃຫ້ແກ່ ຢູແກຼນ ຫັນໄປສູ່ການສ້າງສັນຕິພາບ.

        ສະໂລວາກີ ເຄີຍແມ່ນໜຶ່ງໃນບັນດາປະເທດສະໜັບສະໜູນ ຢູແກຼນ ແຮງທີ່ສຸດ ພາຍຫຼັງ ລັດເຊຍ ເປີດ “ບັ້ນການທະຫານພິເສດ” ເມື່ອຕົ້ນເດືອນ ກຸມພາ 2022. ນີ້ແມ່ນປະເທດທຳອິດທີ່ສະໜອງອາວຸດປ້ອງກັນອາກາດໃຫ້ແກ່ ກີແອັບ ແລະ ເປີດປະຕູໃຫ້ຊາວລີ້ໄພ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ