ສະໂລວາກີ ໃຫ້ສັດຕະຍາບັນອະນຸສັນຍາຮັບຮອງ ຊູແອັດ, ແຟງລັງ ເຂົ້າເປັນສະມາຊິກ NATO

(VOVWORLD) -ຂໍ້ຕົກລົງສະໜັບສະໜູນ ຊູແອັດ ແລະ ແຟງລັງ ເຂົ້າເປັນສະມາຊິກ NATO ກໍ່ຍ້ອນຜົນປະໂຫຍດຂອງ ສະໂລວາກີ
ສະໂລວາກີ ໃຫ້ສັດຕະຍາບັນອະນຸສັນຍາຮັບຮອງ ຊູແອັດ, ແຟງລັງ ເຂົ້າເປັນສະມາຊິກ NATO - ảnh 1ທ່ານເລຂາທິການໃຫຍ່ NATO Jens Stoltenberg
(ພາບປະກອບ: AFP/TTXVN)

        ດ້ວຍອັດຕາບັດຄະແນນຫັນດີ 124/150 ບັດ, ວັນທີ 27 ກັນຍາ, ສະພາແຫ່ງຊາດ (ສະພາຕ່ຳ) ສະໂລວາກີ ໄດ້ໃຫ້ສັດຕະຍາບັນອະນຸສັນຍາຮັບຮອງ ຊູແອັດ, ແຟງລັງ ເຂົ້າເປັນສະມາຊິກອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO).

        ຕາມທ່ານລັດຖະມົນຕີການຕ່າງປະເທດ ສະໂລວາກີ Ratislav Kacer ແລ້ວ, ຂໍ້ຕົກລົງສະໜັບສະໜູນ ຊູແອັດ ແລະ ແຟງລັງ ເຂົ້າເປັນສະມາຊິກ NATO ກໍ່ຍ້ອນຜົນປະໂຫຍດຂອງ ສະໂລວາກີ, ຕົວຢ່າງຄື ຈະສ້າງຄວາມສະດວກຫຼາຍກວ່າໃຫ້ແກ່ບັນດາສັນຍາເຊິ່ງ ສະໂລວາກີ ໄດ້ລົງນາມໃນປີນີ້ ໂດຍກ່ຽວຂ້ອງເຖິງການຊື້-ຂາຍລົດສູ້ຮົບຫຸ້ມເກາະຂອງ ຊູແອັດ ແລະ ລົດສູ້ຮົບຫຸ້ມເກາະຂອງ ແຟງລັງ.

ຕອບກັບ

ຂ່າວ/ບົດ​ອື່ນ