ສະໂລວາກີມີປະທານາທິບໍດີເພດຍິງຄົນທຳອິດ

(VOVWORLD) -ທະນາຍຄວາມຍິງ Zuzana Caputova ຍາດໄຊຊະນະໃນການເລືອກຕັ້ງປະທານາທິບໍດີຄັ້ງທີສອງ ດຳເນີນໃນວັນທີ 30 ມີນາ ຢູ່ ສະໂລວາກີ ແລະ ກາຍເປັນປະທານາທິບໍດີຍິງທຳອິດຂອງສະໂລວາກີ. 

ສະໂລວາກີມີປະທານາທິບໍດີເພດຍິງຄົນທຳອິດ - ảnh 1ທ່ານນາງ  Zuzana Caputova  ປະທານາທິບໍດີ ຄົນໃຫມ່ຂອງ ສະໂລວາກີ

ພາບ:zing

ຄູ່ແຂ່ງຂອງທ່ານນາງ Caputova ແມ່ນທ່ານ Maros Sefcovic ຮອງປະທານຄະນະກຳມະການເອີລົບ ຍອມຮັບປະລາໄຊ ແລະ ອວຍພອນໄຊຊະນະຂອງທ່ານນາງ Caputova. ຕາມໝາກຜົນການນັບບັດໃຫ້ເຫັນວ່າ: ທ່ານນາງ Caputova ຍາດໄດ້ 58,01% ບັດສະຫນັບສະຫນູນ ສ່ວນທ່ານ Maros Sefcovic ຍາດໄດ້ 41,98% ບັດ.

ທ່ານນາງ Zuzana ອາຍຸ 45 ປີ ແມ່ນຮອງປະທານພັກກ້າວຫນ້າ ສະໂລວາກີ ແມ່ນພັກນ້ອຍຍັງບໍ່ທັນມີທີ່ນັ່ງໃນສະພາແຫ່ງຊາດ. ໃນບັ້ນຫາສຽງເລືອກຕັ້ງ ທ່ານນາງ Zuzana ໄດ້ໃຫ້ຄຳໝັ້ນໝາຍວ່າຈະຊຸກຍູ້ບັນດາໂຄງການປົກປັກຮັກສາສິ່ງແວດລ້ອມ, ເບິ່ງແຍງສຸຂະພາບໃຫ້ແກ່ຜູ້ສູງອາຍຸ ແລະ ຊອກຫາຄວາມຍຸຕິທຳໃຫ້ປະຊາຊົນທຸກຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ