ສະໄໝປະຊຸມຄັ້ງທີ 6 ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ

ສະໄໝປະຊຸມຄັ້ງທີ 6 ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ - ảnh 1

(ພາບ: baomoi.com)

(vovworld)- ​ຕອນ​ເຊົ້າວັນ​ທີ 28/3 ຢູ່​ຮ່າ​ໂນ້ຍ, ສະພາ​ທິດ​ສະ​ດີ, ວິຈານ​ວັນນະຄະດີ, ສິລະ​ປະ​ສູນ​ກາງ​ໄດ້​ຈັດສະ​ໄໝ​ປະຊຸມ​ຄັ້ງທີ 6. ທີ່​ສະ​ໄຫມ​ປະຊຸມ​ຄັ້ງນີ້, ສະພາ​ໄດ້​ຕີ​ລາ​ຄາໝາກຜົນ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ແຜນ​ຮ່າງ, ຫົວ​ເລື່ອງ​ວິທະຍາສາດ; ຄັດ​ເລືອກ​ມອບ​ລາງວັນ​ບັນດາ​ບົດ​ວິຈານ​ວັນນະຄະດີ ສິລະ​ປະ, ​ເພີ່ມ​ເຕີມ, ສ້າງ​ຂໍ້ກຳນົດ​ການ​ເຮັດ​ວຽກ​ສຳ​ເລັດ… ໜ້າ​ທີ່​ຈຸດ​ສຸມຂອງ​ວຽກ​ງານ​ແຕ່​ນີ້​ຮອດ​ສະ​ໄໝ​ປະຊຸມ​ຄັ້ງທີ 7 ​​ແລະ ຮອດ​ທ້າຍ​ປີ 2013 ແມ່ນສະພາ​ຈະ​ສຸ​ມໃສ່​ສ້າງສຳ​ເນົາ​ເອກະສານ​ວິທະຍາສາດ​ຂອງ​ແຜນ​ຮ່າງ “ທິດສະ​ດີ​ສິລະ​ປະ​ວັນນະ​ຄະດີ​ຢູ່​ຫວຽດນາມ: ພຶ​ດຕິ​ກຳ​ຕົວ​ຈິງ ​ແລະ ການ​ກຳນົດ​ທິດ​ພັດທະນາ“ ສຳ​ເລັດ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ດິງ​ເທ​ຮິງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຊີ້​ແຈງ​ວ່າ: ການ​ສ້າງ​ລະບົບ​ທິດ​ສະ​ດີ​ສິລະ​ປະ​ວັນນະຄະດີ​ຫວຽດນາມ ​ແມ່ນ​ແຜນ​ນະ​ໂຍບາຍ​ໄດ້​ຮັບ​ການ​ຢັ້ງຢືນ​ໃນ​ມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ ​ແລະ ​ແຜນ​ຮ່າງ “ທິດສະ​ດີ​ສິລະ​ປະ​ວັນນະ​ຄະດີ​ຢູ່​ຫວຽດນາມ: ພຶດ​ຕິ​ກຳ​ຕົວ​ຈິງ ​ແລະ ການ​ກຳນົດ​ທິດ​ພັດທະນາ“ ​ໂດຍ​ສະພາ​ປະຕິບັດ​ແມ່ນ​ໜຶ່ງ​​ໃນ​ບັນດາ​ບາດກ້າວ​​ເດີນທຳ​ອິດ, ປະກອບສ່ວນ​ສ້າງ​ລະບົບທິດ​ສະ​ດີ​ສິລະ​ປະ​ວັນນະຄະດີ​ຫວຽດນາມ ​ເທື່ອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ