ສະໜັບສະໜູນເລື່ອງສືບຕໍ່ຫລຸດອາກອນ VAT ເພື່ອກະຕຸ້ນຄວາມຕ້ອງການບໍລິໂພກ

(VOVWORLD) - ມື່ອເວົ້າເຖິງເນື້ອໃນນີ້, ສສຊ ໄດ້ສະແດງຄວາມສົນໃຈເຖິງເລື່ອງລັດຖະບານພວມຍື່ນສະເໜີຕໍ່ສະພາແຫ່ງຊາດ ການທີ່ສືບຕໍ່ຫລຸດຜ່ອນ 2% ອາກອນມູນຄ່າເພີ່ມ VAT ໃນ 6 ເດືອນຕົ້ນປີ 2024 (ຈາກ 10% ລົງເຫຼືອພຽງ 8%).

ຕອນບ່າຍວັນທີ 20 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງມະຕິວ່າດ້ວຍການນຳໃຊ້ອາກອນລາຍໄດ້ຂອງວິສາຫະກິດເພີ່ມເຕີມຕາມຂໍ້ກຳນົດຕ້ານການຮົ່ວໄຫຼຂອງພື້ນຖານພາສີທົ່ວໂລກ ແລະ ການຫລຸດຜ່ອນອາກອນມູນຄ່າເພີ່ມ. ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ, ໄດ້ຮັບສິດມອບໝາຍຂອງນາຍົກລັດຖະມົນຕີ, ໄດ້ສະເໜີໃບຍື່ນສະເໜີກ່ຽວກັບການຫລຸດຜ່ອນອາກອນມູນຄ່າເພີ່ມ. ເມື່ອຮັບຟັງບົດລາຍງານກວດກາຂອງກຳມາທິການການເງິນ, ງົບປະມານ, ສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລື ກ່ຽວກັບການຫລຸດຜ່ອນອາກອນມູນຄ່າເພີ່ມ ແລະ ລັດຖະມົນຕີກະຊວງການເງິນ ອະພິປາຍ, ເຮັດແຈ້ງບາງບັນຫາທີ່ ສສຊ ໄດ້ຍົກອອກມາ.

        ເມື່ອເວົ້າເຖິງເນື້ອໃນນີ້, ສສຊ ໄດ້ສະແດງຄວາມສົນໃຈເຖິງເລື່ອງລັດຖະບານພວມຍື່ນສະເໜີຕໍ່ສະພາແຫ່ງຊາດ ການທີ່ສືບຕໍ່ຫລຸດຜ່ອນ 2% ອາກອນມູນຄ່າເພີ່ມ VAT ໃນ 6 ເດືອນຕົ້ນປີ 2024 (ຈາກ 10% ລົງເຫຼືອພຽງ 8%). ທ່ານເຈິ່ນຮ່ວາງເງິນ, ສສຊ ນະຄອນ ໂຮ່ຈີມິນ, ໄຈ້ແຍກວ່າ:

        “ນີ້ແມ່ນແຫຼ່ງລາຍຮັບ, ໜູນຊ່ວຍປະຊາຊົນ ແລະ ວິສາຫະກິດເພື່ອໃຫ້ເສດຖະກິດສືບຕໍ່ພັດທະນາ ແລະ ລາຍຮັບງົບປະມານເພີ່ມຂຶ້ນ. 3 ປີຜ່ານມາ, ແຫຼ່ງລາຍຮັບງົບປະມານຍັງເພີ່ມຂຶ້ນເມື່ອທຽບໃສ່ການແຜນງົບປະມານ, ດັ່ງນັ້ນຍັງມີຄວາມສາມາດໜູນຊ່ວຍນະໂຍບາຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ