ສະໜອງຂໍ້ມູນຂ່າວສານໃຫ້ແກ່ ວິສາຫະກິດ ກ່ຽວກັບ CPTPP

(VOVWORLD) -ວັນທີ 25 ຕຸລາ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນ ໂຮ່ຈີມິນ ໄດ້ຈັດກອງປະຊຸມເຜີຍແຜ່ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊິຟິກ (CPTPP) - ກາລະໂອກາດ ແລະ ສິ່ງທ້າທາຍສຳລັບບັນດາວິສາຫະກິດ ຫວຽດນາມ.
ສະໜອງຂໍ້ມູນຂ່າວສານໃຫ້ແກ່ ວິສາຫະກິດ ກ່ຽວກັບ CPTPP  - ảnh 1ສັນຍາ CPTPP  ຈະນໍາມາເຊິ່ງກາລະໂອກາດ ແລະ ສິ່ງທ້າຍຫຼາຍຢ່າງໃຫ້ແກ່ ວິສາຫະກິດ  (ພາບປະກອບ:TTXVN)

ທີ່ກອງປະຊຸມ, ບັນດາວິສາຫະກິດໄດ້ຮັບຟັງການເຜີຍແຜ່ບັນດາເນື້ອໃນ ສັງລວມກ່ຽວກັບ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊິຟິກ (CPTPP), ບັນດາຂໍ້ກຳນົດລະບຽບຫຼັກການ ກ່ຽວກັບແຫຼ່ງກຳເນີດສິນຄ້າ ຕາມການກຳນົດຂອງສັນຍານີ້; ບັນດາຈຸດໃໝ່, ຈຸດແຕກຕ່າງຂອງການກຳນົດກ່ຽວກັບແຫຼ່ງກຳເນີດສິນຄ້າ ຕາມ CPTPP ເມື່ອທຽບໃສ່ບັນດາສັນຍາການຄ້າເສລີອື່ນ ທີ່ ຫວຽດນາມເຂົ້າຮ່ວມ.

ທ່ານນາງ ຟ້າມກິ່ວງມາຍ, ຮອງຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ:

“ນີ້ແມ່ນສັນຍາມາດຕະຖານສູງ ມີຫຼາຍຄຳໝັ້ນສັນຍາ ເຊິ່ງບັນດາວິສາຫະກິດ ຫວຽດນາມ ຕ້ອງປະຕິບັດ. ວິສາຫະກິດຄວນຊອກຮູ້ໃຫ້ເລິກເຊິ່ງກວ່າອີກ ກ່ຽວກັບຄຳໝັ້ນສັນຍາ ໃນສັນຍາ CPTPP, ຢູ່ບ່ອນນີ້ແມ່ນມີບົດບາດສຳຄັນຍິ່ງ ເຊິ່ງບັນດາສະຫະສະມາຄົມຕ້ອງເປັນເຈົ້າການວິເຄາະໄຈ້ແຍກ, ຊອກຮູ້ບັນດາກາລະໂອກາດ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍສຳລັບບັນດາວິສາຫະກິດ. ວິສາຫະກິດຕ້ອງຜ່ານສະຫະສະມາຄົມ ເພື່ອສົ່ງຕໍ່ບັນດາຂໍ້ຂ້ອງໃຈຂອງຕົນໄປຍັງກະຊວງອຸດສາຫະກຳ ແລະ ການຄ້າ. ສ່ວນທາງກະຊວງ, ພວກຂ້າພະເຈົ້າກໍ່ກຳລັງພິຈາລະນາ ເລື່ອງການສ້າງປະຕູຖານຂໍ້ມູນຂ່າວສານ ເພື່ອເຜີຍແຜ່ບັນດາເນື້ອໃນຂອງສັນຍາ ແລະ ແກ້ໄຂຂໍ້ຂ້ອງໃຈຂອງວິສາຫະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ