ສະໜາມບິນ ໜອງຄ້າງ ໂດຍ ຫວຽດນາມ ໃຫ້ການຊ່ວຍເຫຼືອ ແລະ ກໍ່ສ້າງຢູ່ ລາວ ຈະຖືກຍົກລະດັບເປັນສະໜາມບິນສາກົນ

(VOVWORLD) - ລັດຖະບານ ລາວ ເຊື່ອໝັ້ນວ່າ: ເລື່ອງເປີດກ້ວາງສະໜາມບິນເພື່ອຮັບໃຊ້ບັນດາຖ້ຽວບິນສາກົນ ຈະນຳມາເຊິ່ງຜົນປະໂຫຍດໃຫຍ່ຫຼວງໃຫ້ແຂວງ ຍ້ອນວ່າບໍ່ພຽງແຕ່ສ້າງເງື່ອນໄຂໃຫ້ແຂກທ່ອງທ່ຽວຕ່າງປະເທດເທົ່ານັ້ນ, ຫາກຍັງສຳລັບບັນດານັກລົງທຶນພວມພິຈາລະນາສ້າງຕັ້ງກິດຈະກຳເຄື່ອນໄຫວຢູ່ ຫົວພັນ ສາມາດຊົມໃຊ້ສາຍການບິນໄປຍັງແຂວງໂດຍກົງ.
ສະໜາມບິນ ໜອງຄ້າງ ໂດຍ ຫວຽດນາມ ໃຫ້ການຊ່ວຍເຫຼືອ ແລະ ກໍ່ສ້າງຢູ່ ລາວ ຈະຖືກຍົກລະດັບເປັນສະໜາມບິນສາກົນ - ảnh 1ພາບປະກອບ

ໜັງສືພິມ Vientiane Times ສະບັບອອກວັນທີ 2 ມັງກອນ, ໄດ້ໃຫ້ຂ່າວວ່າ ລັດຖະບານ ລາວ ໄດ້ເຫັນດີເຫັນພ້ອມກັບຂໍ້ສະເໜີຍົກລະດັບສະໜາມບິນ ໜອງຄ້າງ ໂດຍ ຫວຽດນາມ ໃຫ້ການຊ່ວຍເຫຼືອ ແລະ ກໍ່ສ້າງ ຢູ່ແຂວງ ຫົວພັນ, ສປປ ລາວ ກາຍເປັນສະໜາມບິນສາກົນ. ເມື່ອແບ່ງປັນກັບສື່ມວນຊົນຢູ່ນອກກອງປະຊຸມເປີດກ້ວາງຂອງລັດຖະບານ ລາວ ຈັດຂຶ້ນໃນທ້າຍເດືອນ ທັນວາ ຜ່ານມາ, ທ່ານ ຄຳແພງ ໄຊສົມແພງ, ເຈົ້າແຂວງແຂວງ ຫົວພັນ ໃຫ້ຮູ້ວ່າ: ລັດຖະບານ ລາວ ເຊື່ອໝັ້ນວ່າ: ເລື່ອງເປີດກ້ວາງສະໜາມບິນເພື່ອຮັບໃຊ້ບັນດາຖ້ຽວບິນສາກົນ ຈະນຳມາເຊິ່ງຜົນປະໂຫຍດໃຫຍ່ຫຼວງໃຫ້ແຂວງ ຍ້ອນວ່າບໍ່ພຽງແຕ່ສ້າງເງື່ອນໄຂໃຫ້ແຂກທ່ອງທ່ຽວຕ່າງປະເທດເທົ່ານັ້ນ, ຫາກຍັງສຳລັບບັນດານັກລົງທຶນພວມພິຈາລະນາສ້າງຕັ້ງກິດຈະກຳເຄື່ອນໄຫວຢູ່ ຫົວພັນ ສາມາດຊົມໃຊ້ສາຍການບິນໄປຍັງແຂວງໂດຍກົງ.

        ໜັງສືພິມ Vientiane Times ໃຫ້ຂໍ້ສັງເກດ: ເລື່ອງສະໜາມບິນ ໜອງຄ້າງ ເຂົ້າສູ່ການເຄື່ອນໄຫວແມ່ນຂີດໝາຍສຳຄັນໃນການຮ່ວມມື ລາວ - ຫວຽດນາມ, ບໍ່ພຽງແຕ່ຕອບສະໜອງຄວາມລໍຄອຍຂອງປະຊາຊົນແຂວງ ຫົວພັນເທົ່ານັ້ນ, ຫາກຍັງນຳມາເຊິ່ງກາລະໂອກາດພັດທະນາຂອງແຂວງ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ