ສະໜາມບິນສາກົນ ດ່ານັ້ງຕ້ອນຮັບຖ້ຽວບິນໂດຍກົງຈາກລັດເຊຍ

ສະໜາມບິນສາກົນ ດ່ານັ້ງຕ້ອນຮັບຖ້ຽວບິນໂດຍກົງຈາກລັດເຊຍ - ảnh 1
ນັກທ່ອງທ່ຽວຖ່າຍຮູບພ້ອມກັບນາງສາວຫວຽດນາມໃນຊຸດເຊື້ອຍາວ
(ພາບ: thanhnien.com.vn)


(vovwold) -  ​ເວລາ 19 ​ໂມງ ວັນ​ທີ 12/5, ຖ້ຽວ​ບິນ Chrter ທຳ​ອິດ​ ທີ່​ຂົນ​ສົ່ງ​ຜູ້​ໂດຍສານ 74 ຄົນຈາກ​ນະຄອນ Nocosibirsk (ສະຫະພັນ​ລັດ​ເຊຍ) ​ໄດ້​ລົງ​ຈອດ​ຢູ່​ສະໜາມ​ບິນ​ສາກົນດ່າ​ນັ້ງ, ນະຄອນດ່າ​ນັ້ງ . ນີ້​ແມ່ນ​ເທື່ອ​ທຳອິດ​ທີ່​ມີແຂກຈຳນວນ​ຫຼາຍ​ຈາກ​ລັດ​ເຊຍ​​ມານະ​ຄອນດ່າ​ນັ້ງ ດ້ວຍທາງ​ການບິນ​. ທ່ານ Mikhail Simonov, ຜູ້ອຳນວຍການວິ​ສາ​ຫະກິດ Anh Duong (ຫວຽດນາມ), ​ໃຫ້​ຮູ້​ວ່າ: ສາຍ​ການບິນ​ນີ້​ຈະ​ເລີ່​ມ​ເຄື່ອນ​ໄຫວ​ແຕ່​ເດືອນ 5 – 10/2012, ດ້ວຍ 54 ຖ້ຽວ​ບິນ, ຄາດ​ວ່າ​ຈະ​ຕ້ອນຮັບ​ຜູ້​ໂດຍສານ​ລັດ​ເຊຍ​ປະມານ 12.000 ​ເທື່ອ​ຄົນ. ສາຍ​ການບິນນີ້​ຈະ​ນຳ​ໃຊ້​ເຮືອ​ບິນ Boing 767-300, ສາມາດ​ຂົນ​ສົ່ງ​ຜູ້​ໂດຍສານ​ໄດ້ 300 ຄົນ. ນັກ​ທ່ອງ​ທ່ຽວ​ລັດ​ເຊຍ​ຈະ​ມາ​ທ່ອງ​ທ່ຽວ​ ດ່າ​ນັ້ງ, ​ໂຮ້ຍອານ (​ແຂວງ​ກວາງ​ນາມ), ​ເຫວ໋, ຍາ​ຈາງ ທາງ​ພາກ​ກາງຫວຽດນາມ​ ຕາມ​ລາຍການ​ທ່ອງ​ທ່ຽວ​ແຕ່ 10-15 ວັນ

ຂ່າວ/ບົດ​ອື່ນ