ສະ​ໜາມ​ບິນ​ເຕິນ​ເຊີນ​ເຍິດນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຮັບ​ໃບ​ຢັ້ງ​ຢືນ​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​, ສະ​ກັດ​ກັ້​ນ​ໂລກ​ລະ​ບາດ​ໂຄວິດ - 19 ລະ​ດັບ​ສາ​ກົນ

(VOVWORLD) -ໃບຢັ້ງຢືນ Airport Health Accreditation (AHA) ໄດ້ຢັ້ງຢືນກ່ຽວກັບການຮັບປະກັນຄວາມປອດໄພສຸຂະອະນາໄມກັນເຊື້ອພະຍາດຢູ່ ທ່າອາກາດສະຍານສາກົນ ເຕິນເຊີນເຍິດ.
ສະ​ໜາມ​ບິນ​ເຕິນ​ເຊີນ​ເຍິດນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຮັບ​ໃບ​ຢັ້ງ​ຢືນ​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​, ສະ​ກັດ​ກັ້​ນ​ໂລກ​ລະ​ບາດ​ໂຄວິດ - 19 ລະ​ດັບ​ສາ​ກົນ - ảnh 1ຜູ້ໂດຍສານກວດສຸຂະພາບຢູ່ສະໜາມບິນສາກົນ ເຕິນເຊີນເຍິດ (ພາບ: VOV)

ທ່າອາກາດສະຍານສາກົນ ເຕິນເຊີນເຍິດ (TIA) ຫາກໍ່ໄດ້ຮັບໃບຢັ້ງຢືນ Airport Health Accreditation (AHA). ນີ້ແມ່ນການຮັບຮອງຂອງອົງການສະພາສະໜາມບິນສາກົນ (Airports Council International - ACI) ສຳລັບທ່າອາກາດສະຍານສາກົນ ເຕິນເຊີນເຍິດ ໃນການປະຕິບັດຂັ້ນຕອນ ຮັບປະກັນຄວາມປອດໄພໃນການຂຸດຄົ້ນ ແລະ ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ສະໜາມບິນ.

ໃບຢັ້ງຢືນ Airport Health Accreditation (AHA) ໄດ້ຢັ້ງຢືນກ່ຽວກັບການຮັບປະກັນຄວາມປອດໄພສຸຂະອະນາໄມກັນເຊື້ອພະຍາດຢູ່ ທ່າອາກາດສະຍານສາກົນ ເຕິນເຊີນເຍິດ.

ພ້ອມກັບ ທ່າອາກາດສະຍານສາກົນ ເຕິນເຊີນເຍິດ, ທ່າອາກາດສະຍານສາກົນ ໂນ້ຍບ່າຍ ແລະ ທ່າອາກາດສະຍານສາກົນ ດ່ານັ້ງກໍ່ໄດ້ຮັບໃບຢັ້ງຢືນ AHA ຈາກ ACI ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ