ສາກົນກ່າວປະນາມຢ່າງຮຸນແຮງກ່ຽວກັບເຫດລະເບີດຢູ່ ອາບການິດສະຖານ

(VOVWORLD) - ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ກ່າວປະນາມເຫດບຸກໂຈມຕີການກໍ່ການຮ້າຍທີ່ເກີດຂຶ້ນໃນວັນທີ 27 ມັງກອນ ຢູ່ນະຄອນຫລວງ Kabul ຂອງປະເທດ ອາບການິດສະຖານ ອັນໄດ້ເຮັດໃຫ້ຢ່າງໜ້ອຍສຸດ 95 ຄົນເສຍຊີວິດ ແລະ 158 ຄົນຮັບບາດເຈັບ. 
ສາກົນກ່າວປະນາມຢ່າງຮຸນແຮງກ່ຽວກັບເຫດລະເບີດຢູ່ ອາບການິດສະຖານ - ảnh 1 ເຫດບຸກໂຈມຕີການກໍ່ການຮ້າຍທີ່ເກີດຂຶ້ນຢູ່ນະຄອນຫລວງ Kabul (ພາບ: TTXVN)

ສະພາຄວາມໝັ້ນຄົງ ສປຊ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງນຳຕົວການ, ບັນດາອົງການ ຫຼື ບຸກຄົນອຸປະກະລະ ແລະ ສະໜອງການເງິນໃຫ້ບັນດາການກະທຳກໍ່ການຮ້າຍດັ່ງກ່າວ ຂຶ້ນສານຍຸຕິທຳ, ພ້ອມທັງ ກະຕຸກຊຸກຍູ້ບັນດາປະເທດຈົ່ງຮ່ວມມືຢ່າງຕັ້ງໜ້າກັບລັດຖະບານ ອາບການິດສະຖານ ກໍ່ຄືວົງການເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນບັນຫານີ້.

        ໃນຂະນະນັ້ນ, ກ່າວຄຳເຫັນທີ່ນະຄອນຫລວງ Addis Ababa ຂອງ Ethiopia, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ສະແດງຄວາມສາມັກຄີກັບລັດຖະບານ ແລະ ຊາວ ອາບການິດສະຖານ, ພ້ອມທັງ ຢືນຢັນວ່າ ບັນດາເຫດບຸກໂຈມຕີຢ່າງຊະຊາຍແນໃສ່ສາມັນຊົນຢູ່ Kabul ແມ່ນການກະທຳລະເມີດສິດທິມະນຸດ ແລະ ກົດໝາຍວ່າດ້ວຍມະນຸດສະທຳສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ