ສາກົນຕີລາຄາສູງຮູບແບບຕ້ານໂລກລະບາດ “ເພື່ອບໍ່ໃຫ້ຜູ້ໃດຕົກຢູ່ທາງຫຼັງ” ຂອງຫວຽດນາມ

(VOVWORLD) -ບັນດາຄວາມມານະພະຍາຍາມຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນການຮ່ວມແຮງຮ່ວມໃຈຍູ້ຖອຍໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ ໄດ້ດຶງດູດຄວາມສົນໃຈຈາກວົງການນັກຊ່ຽວຊານ ແລະ ສື່ມວນຊົນສາກົນ.
ສາກົນຕີລາຄາສູງຮູບແບບຕ້ານໂລກລະບາດ “ເພື່ອບໍ່ໃຫ້ຜູ້ໃດຕົກຢູ່ທາງຫຼັງ” ຂອງຫວຽດນາມ - ảnh 1(ພາບປະກອບ: TTXVN)

ມີຫຼາຍຄຳເຫັນໄດ້ຖືວ່າ, ເຖິງວ່າບໍ່ແມ່ນປະເທດຮັ່ງມີທີ່ສຸດຢູ່ພາກພື້ນກໍ່ຕາມ, ແຕ່ຫວຽດນາມ ກໍ່ໄດ້ກາຍເປັນ “ແບບຢ່າງ” ໃນການຕ້ານໂລກລະບາດໂຄວິດ-19 ເມື່ອບັນລຸຜົນສຳເລັດໃນການຄວບຄຸມການແຜ່ລະບາດຂອງໄວຣັດ SARS-CoV-2 ແລະ ບັນດາປະເທດສາມາດຮ່ຳຮຽນເອົາບົດຮຽນຂອງຫວຽດນາມ.

“ຫວຽດນາມ ມີການເຄື່ອນໄຫວໂດຍໄວ, ມີຄຳຕັດສິນຢ່າງວ່ອງໄວ ແລະ ທັນການ”, ນີ້ແມ່ນຂໍ້ສັງເກດທີ່ເອົາລົງໃນເວັບໄຊຂອງເວທີປາໄສເສດຖະກິດໂລກ (WEF) ເຊິ່ງນັກຊ່ຽວຊານຫຼາຍທ່ານໄດ້ແບ່ງປັນ. ທ່ານປະລິນຍາເອກ Ki Dong Park ຜູ້ຕາງໜ້າອົງການອະນາໄມໂລກ (WHO) ຕີລາຄາວ່າ, ລັດຖະບານຫວຽດນາມ “ຍາມໃດກໍ່ເປັນເຈົ້າການ ແລະ ກະກຽມໃຫ້ທຸກກໍລະນີ”, ກຳນົດໄດ້ບັນດາ “ຈຸດເວລາສຳຄັນ” ເພື່ອຕັດສິນສະພາບການໃນຕໍ່ໜ້າ.

ຕາມການຕີລາຄາຂອງ Sputnik, ລັດເຊຍ ແລ້ວ “ຫວຽດນາມ ຍາມໃດກໍ່ເປັນເຈົ້າການ ໃນການແຍກຫ່າງໃນສັງຄົມ ເພື່ອສະກັດກັ້ນໂລກລະບາດໂດຍໄວ” ແລະ ນີ້ກໍ່ແມ່ນທິດທາງເຊິ່ງຫວຽດນາມ ໄດ້ປະຕິບັດ ເພື່ອຮັບມືກັບໂລກລະບາດໂຄວິດ-19.

ສື່ມວນຊົນສາກົນກໍ່ໄດ້ຢ້ຳຄືນ ຫຼາຍຄັ້ງກ່ຽວກັບຄຳຂວັນທີ່ວ່າ “ຕ້ານໂລກລະບາດຄືຕ້ານສັດຕູ” ເຊິ່ງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຍົກອອກມາຄືດັ່ງເປັນການພິສູດໃຫ້ເຫັນຈິດໃຈເດັດດ່ຽວຕ້ານໂລກລະບາດຢູ່ຫວຽດນາມ. ໜັງສືພິມ Financial Times, ອັງກິດ ເອີ້ນນີ້ວ່າແມ່ນ “ການບຸກໂຈມຕີຂະໜາດໃຫຍ່” ຕ້ານໂລກລະບາດໂຄວິດ-19 ເຊິ່ງຫວຽດນາມ ໄດ້ປຸກລະດົມໃຫ້ທົ່ວສັງຄົມເຂົ້າຮ່ວມດ້ວຍການຮ່ວມມືຂອງຖັນແຖວແພດໝໍ ແລະ ກອງທັບ, ພ້ອມກັນນັ້ນຍັງມີການສະໜັບສະໜູນຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ