ສາກົນຕີລາຄາສູງເລື່ອງຫວຽດນາມດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ WIPO ອາຍຸການ 2018 – 2019

(VOVWORLD) -ຜ່ານການເຂົ້າຮ່ວມບັນດາຕຳແໜ່ງຫຼັກແໜ່ງຢູ່ບັນດາເວທີປາໄສຄື WIPO, ຫວຽດນາມ ຈະເຂົ້າຮ່ວມວິວັດການສ້າງ, ກຳນົດ, ນຳພາບັນດາລະບອບຫຼາຍຝ່າຍຢູ່ພາກພື້ນ, ລະຫວ່າງພາກພື້ນ ແລະ ທົ່ວໂລກເທື່ອລະກ້າວ.

ສາກົນຕີລາຄາສູງເລື່ອງຫວຽດນາມດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ WIPO ອາຍຸການ 2018 – 2019 - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ເຢືອງຈິ໊ຢຸງ

(ພາບ: baoquocte.vn)

ສາກົນຕີລາຄາສູງເລື່ອງຫວຽດນາມ ດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ WIPO ອາຍຸການ 2018 – 2019. ນັ້ນແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ເຢືອງຈິ໊ຢຸງ, ດ້ວຍຖານະບົດບາດເປັນປະທານສະມັດຊາໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO) ເປັນປະທານກອງປະຊຸມປະຈຳປີເຊິ່ງດຳເນີນໃນລະຫວ່າງວັນທີ 30 ກັນຍາ ຫາວັນທີ 09 ຕຸລາ 2019, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ກ່ອນດຳເນີນກອງປະຊຸມຄັ້ງທີ 59 ຂອງສະມັດຊາໃຫຍ່ບັນດາປະເທດສະມາຊິກຂອງ WIPO.

        ທ່ານເອກອັກຄະລັດຖະທູດ ເຢືອງຈິ໊ຢຸງ ຊີ້ແຈ້ງວ່າ, ເລື່ອງຫວຽດນາມ ສະໝັກເລືອກຕັ້ງ ແລະ ໄດ້ຮັບດຳລົງຕຳແໜ່ງເປັນປະທານ WIPO ອາຍຸການ 2018 – 2019 ແມ່ນໜຶ່ງໃນບັນດາບາດກ້າວທີ່ມີປະສິດທິຜົນໃນການຜັນຂະຫຍາຍຄຳສັ່ງຂອງຄະນະເລຂາສູນກາງພັກກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030.

        ຕາມທ່ານເອກອັກຄະລັດຖະທູດ ເຢືອງຈິ໊ຢຸງ ແລ້ວ, ຜ່ານການເຂົ້າຮ່ວມບັນດາຕຳແໜ່ງຫຼັກແໜ່ງຢູ່ບັນດາເວທີປາໄສຄື WIPO, ຫວຽດນາມ ຈະເຂົ້າຮ່ວມວິວັດການສ້າງ, ກຳນົດ, ນຳພາບັນດາລະບອບຫຼາຍຝ່າຍຢູ່ພາກພື້ນ, ລະຫວ່າງພາກພື້ນ ແລະ ທົ່ວໂລກເທື່ອລະກ້າວ. WIPO ແມ່ນຄູ່ຮ່ວມມືທຳອິດ ແລະ ສຳຄັນທີ່ສຸດຂອງຫວຽດນາມ ໃນການຮ່ວມມືສາກົນກ່ຽວກັບຊັບສິນທາງປັນຍາ. ບົດບາດເປັນປະທານສະມັດຊາໃຫຍ່ WIPO ໄດ້ຊ່ວຍໃຫ້ WIPO ໜູນຊ່ວຍບັນດາໂຄງການຮ່ວມມືກັບຫວຽດນາມ ໃນຂົງເຂດນີ້ຫຼາຍກວ່າເກົ່າ ຄືໂຄງການໜູນຊ່ວຍໃຫ້ຫວຽດນາມ ປະຕິບັດສຳເລັດບັນດາພັນທະເປັນສະມາຊິກຂອງ WIPO. ທ່ານເອກອັກຄະລັດຖະທູດ ເຢືອງຈິ໊ຢຸງ ໃຫ້ຮູ້ວ່າ, ບັນດາປະເທດໄດ້ຕີລາຄາສູງບົດບາດປະສານງານ ແລະ ເລື່ອງເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ; ປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອປະກອບສ່ວນເຂົ້າໃນຜົນສຳເລັດຂອງສະມັດຊາໃຫຍ່ WIPO ປີ 2019...

ຕອບກັບ

ຂ່າວ/ບົດ​ອື່ນ