ສາກົນສືບຕໍ່ຄັດຄ້ານເລື່ອງຈີນກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ

(vovworld)- ​ຫາງ​ສຽງ​ສາກົນສືບ​ຕໍ່​ອອກສຽງ​ຄັດຄ​້ານພາຍຫລັງ​ຝ່າຍ​ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນ HD 981 ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ອະພິ​ສິດເສດຖະກິດ​​ຂອງ​ຫວຽດນາມ. ຫລາຍ​ປະ​ເທດ​ຕຳ​ນິຕິ​ຕຽນ​ຈີນ ​ແລະ ຖື​ວ່າ ການ​ກະທຳ​ນີ້ ​ແມ່ນ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ແລະ ​ເຮັດ​ໃຫ້​ສະພາບ​ການ​ຢູ່​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ.

ສາກົນສືບຕໍ່ຄັດຄ້ານເລື່ອງຈີນກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ - ảnh 1

​ ​​ ​ຄຳ​ຖະ​ແຫລ​ງລ້າ​ສຸດ​ໃນ​ວັນ​ທີ 9/5, ຝ່າຍ ຍີ່ປຸ່ນ ຢືນ​ຢັນ​ອີກ​ຄັ້ງ​ຫນື່ງ ວ່າ ປະ​ເທດ​ນີ້ ຖື​​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​​ເຂດອະພິສິດເສດຖະກິດ​ຂອງ​ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ການ​ກະທຳ​ເກາະ​ຜິດທີ່​ມີ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ: ປັກກ່ີ​ງ ຄວນ​​ເຮັດ​ແຈ້ງ​ຕໍ່​ຫວຽດນາມ ​ແລະ ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ບັນດາ​ການ​ເຄ່ືອນ​ໄຫວ​ເດີນ​ທະ​ເລ​ນັບ​ມື້​ນັບ​ເພ​ີ່ມຂຶ້ນ​ຂອງ​ປະ​ເທດ​ນີ້ ຢູ່ ທະ​ເລ​ຕາ​ເວັນ​ອອກ. ວັນ​ທີ 9/5, ທ່ານ ລັດຖະມົນຕີ​ການ​ຕ່າງປ​ະ​ເທດ ຍີ່​ປຸ່ນ Fumio Kishida ​ໄດ້​ເນັ້ນ​ຫນັກ​ວ່າ: ປັກກິ່ງ ຕ້ອງອະທິບາຍບັນດາຫລັກຖານຢ່າງຈະແຈ້ງ ແລະ ລະອຽດກ່ຽວກັບບັນດາ​ການ​ກະທຳ​ດັ່ງກ່າວ​ສຳລັບ ຫວຽດນາມ ​ແລະ ປະຊາ​ຄົ​ມ​ໂລກ.

​ໃນ​ວັນ​ດຽວ​ກັນ, ໂຄສົກ​ຂອງ​ຜູ້ຕາງຫນ້າ​ການ​ທູດ​ຂັ້ນ​ສູງ​ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ, ສະຫະພາບ​ເອີ​ລົບ ​ໄດ້​ຖະ​ແຫລ​ງວ່າ: ສະຫະພາບ​ເອີ​ລົບ ມີ​ຄວາມ​ວິຕົກ​ກັງວົນ​ເປັນ​ພິ​ເສດ​ຕໍ່​ບັນດາ​ການ​ກະທຳ​ຕາມ​ລຳພັງ​ຝ່າຍ​ດຽວ ອາດ​ຈະສົ່ງ​ຜົນ​ສະທ້ອນ​ເຖິງ​ສະພາບ​ການ​ຢູ່​ພາກ​ພື້ນ.

​ແລະ​ກໍ​ໃນ​ວັນ​ທີ 8/5, ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິກາ ອີກ​ຄັ້ງ​ຫນຶ່ງ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນດາ​ການ​ກະທຳ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ ​ແລະ ຢືນຢັນ ສະພາບ​ຄວາມ​ເຄັ່ງ​ຕຶງ​ປະຈຸ​ບັນ ​ແມ່ນຍ້ອນຈີນ​ກໍ່​ຂຶ້ນ. ​ໃນ​ການ​ຕອບ​ສຳພາດ​ທີ່​ສູນ​ສື່ສານ ຢູ່​ນະຄອນຫລວງ ວິ​ຊິງ​ຕັນ, ທ່ານ Marie Harf, ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້​ເນັ້ນ​ຫນັກ​ວ່າ:

“​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນ​ເຂົ້າ​ເຂດ​ທະ​ເລ​ຂອງ​ຫວຽດນາມ ​ແມ່​ນການ​ກະທຳ​​ເກາະ​ຜິດ ​ແລະ ອັນຕະລາຍ​ທີ່​ສຸດ, ມັນ​ອາດ​ຈະ​ພາ​ໄປ​ເຖິງ​ການ​ຄິດ​ໄລ່​ທີ່​ຜິດພາດ ​ແລະ ການ​ກະທຳ​ເກາະ​ຜິດ​ອື່ນ, ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເຄັ່ງ​ຕຶງຂຶ້ນ​ຕື່ມ. ສິ່ງ​ທີ່​ໄດ້ ​ແລະ ພວມ​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ໄປ​ຝືນ​ກັບ​ສິ່ງ​ທີ່ ອາ​ເມ​ລິ​ກາ​ປາດ​ຖະຫນາ.”

 

 

 

 


 

ຂ່າວ/ບົດ​ອື່ນ