ສາກົນສືບຕໍ່ຮຽກຮ້ອງໃຫ້ສປປເກົາຫຼີ ຈົ່ງຢຸດຕິແຜນການຍິງດາວທຽມ

ສາກົນສືບຕໍ່ຮຽກຮ້ອງໃຫ້ສປປເກົາຫຼີ ຈົ່ງຢຸດຕິແຜນການຍິງດາວທຽມ - ảnh 1
ດາວທຽມ Kwangmyongsong-3
( ພາບຈາກອີນເຕີແນດ )

( vovworld ) – ວັນ​ທີ 12/4, ທ່ານ​ສຸ​ຣິນ ພິດ​ສຸວັນ ​ເລຂາທິ​ໃຫ່ຍ ອາ​ຊຽນ ​ໄດ້​ຮຽກຮ້ອງ​ໃຫ້​ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ (ສປປ​ເກົາຫຼີ) ຕ້ອງ​ເອົາ​ໃຈ​ໃສ​ເຖິງ​ບັນດາ​ຄວາມ​ວິຕົກ​ກັງວົນ​ຂອງ​ປະຊາຄົມ​ໂລກ ກ່ຽວ​ກັບ​​ແຜນການ​ຍິງດາວ​ທຽມ​ຂອງ​ປະ​ເທດ​ນີ້. ​ໃນ​ວັນ​ດຽວ​ກັນ, ສະພາ​ຕ່ຳ​ຍີ່ປຸ່ນ ​ໄດ້​ຮັບຮອງ​ເອົາ​ມະຕິ​ຮຽກຮ້ອງ​ໃຫ້ສປປ​ເກົາຫຼີ ຈົ່ງ​ຍົກ​ເລິກ​ແຜນການ​ຍິງ​ດາວ​ທຽມ​ຊື່​ງປະ​ເທດ​ນີ້​ປະກາດ. ມະຕິ​ໄດ້​ກ່າວ​ເຕືອນ​ວ່າ ການ​ຍິງ​ດາວ​ທຽມ​ຈະ​ແມ່ນ “ການ​ກະທຳ​ກໍ່​ຄວາມ​ເສຍ​ຫາຍ​ບໍ່​ພຽງ​ແຕ່​ໃຫ້​ແກ່​ຍີ່ປຸ່ນ​ເທົ່າ​ນັ້ນ ຫາກ​ກໍ່​ຜົນ​ສະທ້ອນ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ອາຊີ​ຕາວັນ​ອອກ​ອີກ​ດ້ວຍ“. ທີ່​ວາລະ​ປະຊຸມ​ຄັ້ງນີ້, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihoko Noda ກໍ​ໄດ້​ກ່າວ​ເຕືອນວ່າ ຮອບ​ເຈລະຈາ 6 ຝ່າຍກ່ຽວ​ກັບ​ບັນຫາ​ເກົາຫຼີ ຈະ​ສືບ​ຕໍ່​ຕົກ​ເຂົ້າສູ່​ສະພາບ​ຈົນ​ຕະ​ແຈ ຖ້າ​ຫາກ​ວ່າ “ບັນດາ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ບັນຫາ​ນີ້​ຜ່ານ​ການ​​ເຈລະຈາ​ພວມ​ຖືກ​ຖອຍຫຼັງ“.

   ກ່ຽວ​ກັບ​ບັນຫາສປປ​ເກົາຫຼີ ຍັງ​ມີ​ຂ່າວ​ໃຫ້​ຮູ້​ວ່າ, ວັນ​ທີ 13/4, ສຳນັກ​ຂ່າວສານ Kyodo ​ໃຫ້​ຮູ້​ວ່າ: ພາຍຫຼັງຖຶກຍິງ​ຂຶ້ນ 1 ນາທີ. ລູດສອນ​ໄຟ​ສົ່ງ​ດາວ​ທຽມ ​ພະຢາ​ກອນ​ອາກາດ​ຂອງສປປ​ເກົາຫຼີ ​ໄດ້​​ຖຶກຕົກ​ລົງທະ​ເລ. ​ສຳນັກ​ຂ່າວສານ CNN ຂອງ​ອາ​ເມ​ລິ​ກາ ​ກໍ​ໃຫ້​ຮູ້​ວ່າ ລູກ​ສອນ​ໄຟ​ຂອງສປປ​ເກົາຫຼີ​ ໄດ້​ຖືກ​ຕົກ​ແລ້ວ.

  ກ່ອນ​ໜ້ານັ້ນ, ສປປ​ເກົາຫຼີ ​ໄດ້​ປະກາດ ພ້ອມ​ແລ້ວ​ທີ່​ຈະ​ປະຕິບັດ​ການ​ຍິງ​ດາວ​ທຽມ Kwangmyongsong 3 ​ໃນ​ໄລຍະ​ແຕ່​ວັນ​ທີ 12-16/4 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ອາ​ດີດ​ການ​ນຳ Kim Il Sung. ການ​ປະກາດ​ກ່ຽວ​ກັບ​ແຜນ​ການ​ຍິງ​ດາວ​ທຽມ​ນີ້​ຂອງ​ພຽງ​ຢາງ ​ໄດ້​ເຮັດ​ໃຫ້​ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ​ສາທາ​ລະນະ​ລັດ​ເກົາຫຼີ ​ຄັດຄ້ານ​ຢ່າງ​ຮຸນ​ແຮງ. ບັນດາ​ປະ​ເທດ​ເຫຼົ່ານັ້ນ ​ໄດ້​ຖື​ວ່າ ການ​ຍິງ​ດາວ​ທຽມ​ຂອງສປປ​ເກົາຫຼີ ​ແມ່ນ​ການ​ກະທຳເກາະ​ຜິດ ​ແລະ ບໍ່​ສອດຄ່ອງ​ກັບ​ບັນດາ​ຄຳໝັ້ນສັນຍາ​.

ຂ່າວ/ບົດ​ອື່ນ