ສາກົນຮຽກຮ້ອງດຳເນີນການສືບສວນອາວຸດເຄມີຢູ່ ຊີຣີ

ສາກົນຮຽກຮ້ອງດຳເນີນການສືບສວນອາວຸດເຄມີຢູ່ ຊີຣີ - ảnh 1
ພາບປະກອບ

(vovworld) - ວັນ​ທີ 22/8, ປະຊາ​ຄົມ​ໂລກ​ໄດ້​ອອກສຽງ​ຮຽກ​ຮ້ອງ​ເປີດ​ການ​ສືບສວນ​ຮອບດ້ານ, ພາວະ​ວິ​ໄສ​ກ່ຽວ​ກັບ​ກໍ​ລະນີທີ່​ກ່ຽວຂ້ອງ​ເຖິງ​ຄຳ​ກ່າວ​ຫາ​ອຳນາດ​ການ​ປົກຄອງ​ຊີຣີ “​ເຂັ່ນ​ຂ້າ” ກ່ວາ 1.300 ຄົນ​ໃນການ​ບຸກ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ໃກ້​ກັບ​ນະຄອນຫຼວງ Damascus. ກະຊວງ​ການ​ຕ່າງປະ​ເທດ ຈີນ ຖະ​ແຫຼ​ງຄັດຄ້ານ​ການ​ນຳ​ໃຊ້​ອາວຸດ​ເຄມີນີ້​ຢ່າງ​ເດັດຂາດ ​ແລະ ຮຽກ​ຮ້ອງ​ບັນດາ​ຊ່ຽວຊານກ່ຽວ​ກັບ​ອາວຸດ​ເຄມີ​ຂອງ​ສະຫະ​ປະຊາ​ຊາດ​ຕ້ອງ​ມີ​ລັກສະນະພາວະ​ວິ​ໄສ ​ແລະ “ທາບທາມ​​ຢ່າງ​ຄົບ​ຖ້ວນ” ກັບ​ລັດຖະບານ ຊີຣີ ​ເພື່ອ​ເຮັດ​​ແຈ້ງ​ຄຳ​ກ່າວ​ຫາ​ຂອງ​ຝ່າຍ​ຄ້ານ​. ສ່ວນ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Alexander Lukashevich ຖະ​ແຫຼ​ງວ່າ: ມົດ​ສະ​ກູ ຈະ​ຍົກ​ອອກ​ຫຼັກ​ໝັ້ນ​ຂອງ​ຕົນ​ກ່ຽວກັບ​ຄວາມ​ສາມາດ​ນຳ​ໃຊ້​ອາວຸດ​ເຄມີ​ຢູ່ ຊີຣີ ​ໂດຍ​ອີງ​ໃສ່​ໝາກຜົນ​ຂອງ​ການ​ສືບສວນ​ພາວະ​ວິ​ໄສ ​ແລະ ​ເອກະລາດ​ຂອງ​ຄະນະ​ປະຕິບັດ​ງານ​ສະຫະ​ປະຊາ​ຊາດ​ຢູ່ Damascus. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ ອັງກິ​ດ ຖະ​ແຫຼ​ງຕ້ອງ​ມີ​ການ​ກວດກາ​ຢ່າງ​ລະອຽດ ​ແລະ ​ໂດ​ຍກົງ​ຢູ່​ພື້ນ​ທີ່​ຕົວ​ຈິງ. ​ໃນ​ຂະນະ​ນັ້ນ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາ​ດ ​ເຖິງ​ວ່າ​​ບໍ່​ທັນ​ຮຽກຮ້ອງ​ດຳ​ເນີນ​ການ​ສືບສວນ​ກໍ່ຕາມ ​ແຕ່​ຖະ​ແຫຼ​ງວ່າ ກາ​ນ​ເຮັດ​ແຈ້ງ​ແມ່ນ​ມີ​ຄວາມຈຳ​ເປັນ ​ແລະ ຊົມ​ເຊີຍ​ເລື່ອງ​ທ່ານ​​ເລຂາທິການ​​ໃຫຍ່ສະຫະ​ປະຊາ​ຊາດ Ban Ki moon ຮຽກຮ້ອງ​ໃຫ້​ໜ່ວຍ​ນັກ​ກວດກາ​ສະຫະ​ປະຊາ​ຊາດ​ຢູ່ ຊີຣີ ສື​ບສວນ​ກໍລະນີ​ດັ່ງກ່າວຢ່າງ​ຮີບ​ດ່ວນ.

 

ຂ່າວ/ບົດ​ອື່ນ