ສາ​ກົນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ​ເງິນເກືອບ 2,5 ຕື້ USD ໃຫ້​ແກ່​ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງໃຫ້ໂລກຈົ່ງມີການກະທຳໂດຍດ່ວນເພື່ອແນໃສ່ໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ອາບການິດສະຖານ.



ສາ​ກົນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ​ເງິນເກືອບ 2,5 ຕື້ USD ໃຫ້​ແກ່​ອາບ​ກາ​ນິດ​ສະ​ຖານ - ảnh 1ເດັກນ້ອຍໄປເອົານ້ຳຢູ່ຄ້າຍລີ້ໄພ ຢູ່ອາບການິດສະຖານ (ພາບ: THX/TTXVN)

ວັນທີ 31 ມີນາ, ສປຊ ໃຫ້ຮູ້ວ່າ 41 ນັກອຸປະຖຳສາກົນ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍດ້ານມະນຸດສະທຳດ້ວຍຈຳນວນເງິນ 2,44 ຕື້ USD ໃຫ້ແກ່ອາບການິດສະຖານ, ເຊິ່ງຍັງບໍ່ທັນບັນລຸໄດ້ເປົ້າໝາຍທີ່ວາງອອກໃນເບື້ອງຕົນແມ່ນ 4,4 ຕື້ USD ໃນປີນີ້. ບັນດາຄຳໝັ້ນສັນຍານີ້ໄດ້ຍົກອອກຢູ່ກອງປະຊຸມທາງໄກ ໂດຍ ອັງກິດ, ເຢຍລະມັນ ແລະ ກາຕາ ຮ່ວມຈັດຂຶ້ນ ເພື່ອແນໃສ່ຊອກຫາແຫຼ່ງອຸປະຖຳໃຫ້ແກ່ອາບການິດສະຖານ.

ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍ່ໄດ້ຮຽກຮ້ອງໃຫ້ໂລກຈົ່ງມີການກະທຳໂດຍດ່ວນເພື່ອແນໃສ່ໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ອາບການິດສະຖານ.

ອົງການພັດທະນາຂອງ ສປຊ (UNDP) ກ່າວເຕືອນວ່າ ຖ້າຫາກວ່າ ປະຊາຄົມສາກົນ ບໍ່ມີການກະທຳເພື່ອໜູນຊ່ວຍອາບການິດສະຖານໃນທັນທີ່ນັ້ນ, ພຽງແຕ່ຮອດກາງປີ 2022ເທົ່ານັ້ນ, ຈະມີ ປະຊາຊົນຂອງປະເທດນນີ້ ປະມານ 97% ຈະຕ້ອງດຳລົງຊີວິດໃນສະພາບຕ່ຳກ່ວາລະດັບທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ