ສ້າງ ​ລະ​ບອ​ບ​ລະ​ບຽບ​ການໃຫ້​ສຳ​ເລັດ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ຢ່າງ​ທັນ​ການ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) - ຜ່ານການຊັກຖາມສະແດງໃຫ້ເຫັນວ່າ ໂດຍພື້ນຖານ ບັນດາອົງການໄດ້ຜັນຂະຫຍາຍ ບັນດາມະຕິຂອງຄະນະປະຈຳສະພາແຫ່ງຊາດ ຢ່າງເຂັ້ມງວດ ດ້ວຍຫຼາຍມາດຕະການຢ່າງຄົບຊຸດ, ສ້າງການຫັນປ່ຽນຢ່າງຕັ້ງໜ້າ ແລະ ບັນລຸໄດ້ໝາກຜົນທີ່ລະອຽດໃນບັນດາຂົງເຂດເກືອບທັງໝົດ.
ສ້າງ ​ລະ​ບອ​ບ​ລະ​ບຽບ​ການໃຫ້​ສຳ​ເລັດ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ຢ່າງ​ທັນ​ການ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ອັດການຊັກຖາມ ແລະ ຕອບຄຳຊັກຖາມໃນກອງປະຊຸມຄັ້ງທີ 36 ຂອງ ຄະນະປະຈຳສະພາແຫ່ງຊາດ
  (ພາບ: VOV)

ຕອນເຊົ້າວັນທີ 22 ສິງຫາ, ກ່າວຄຳເຫັນອັດກອງປະຊຸມຄັ້ງທີ 36 ຂອງ ຄະນະປະຈຳສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ເນັ້ນໜັກວ່າ ວາລະຊັກຖາມເພື່ອແນໃສ່ຍູ້ແຮງການກໍ່ສ້າງ, ສ້າງ ລະບອບລະບຽບການ ໃຫ້ສຳເລັດ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ ເພື່ອພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ ແລະ ການປ້ອງກັນຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້. ກອງປະຊຸມກໍ່ຊ່ວຍຍົກສູງຄຸນນະພາບ, ປະສິດທິຜົນ, ຜົນສັກສິດໃນຕົວຈິງ ແລະ ເຮັດໃຫ້ແຈ້ງຄວາມຮັບຜິດຊອບຂອງຜູ້ນຳບັນດາອົງການຮັບຜິດຊອບການຕິດຕາມກວດກາ; ປັບປຸງໃນການຊີ້ນຳບໍລິຫານຢ່າງທັນການ; ສ້າງສຳເລັດນະໂຍບາຍ, ກົດໝາຍ, ແກ້ໄຂບັນດາສິ່ງຄົງຂ້າງ, ຂໍ້ຕິດຂັດ, ຮັບປະກັນບັນດາມະຕິຂອງຄະນະປະຈຳສະພາແຫ່ງຊາດໄດ້ຮັບການປະຕິບັດຢ່າງຄົບຖວ້ນ, ເຂັ້ມງວດ. ຜ່ານການຊັກຖາມສະແດງໃຫ້ເຫັນວ່າ ໂດຍພື້ນຖານ ບັນດາອົງການໄດ້ຜັນຂະຫຍາຍ ບັນດາມະຕິຂອງຄະນະປະຈຳສະພາແຫ່ງຊາດ ຢ່າງເຂັ້ມງວດ ດ້ວຍຫຼາຍມາດຕະການຢ່າງຄົບຊຸດ, ສ້າງການຫັນປ່ຽນຢ່າງຕັ້ງໜ້າ ແລະ ບັນລຸໄດ້ໝາກຜົນທີ່ລະອຽດໃນບັນດາຂົງເຂດເກືອບທັງໝົດ.

ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ສະເໜີ ກະຊວງອຸດສາຫະກຳສືບຕໍ່ຈັດຕັ້ງບັນດາແຜນຮ່າງ, ຍຸດທະສາດ, ການວາງແຜນຜັງ, ແຜນການໄດ້ຮັບການອະນຸມັດຢ່າງມີປະສິດທິຜົນເພື່ອຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານພະລັງງານ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ  ສືບຕໍ່ສ້າງສຳເລັດນະໂຍບາຍ, ກົດໝາຍກ່ຽວກັບເຄື່ອງໝາຍການຄ້າ, ຍີ່ຫໍ່ຜະລິດຕະພັນກະເສດຫຼັກແຫຼ່ງ. ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຮີບດ່ວນປະກາດເອກະສານແນະນຳບັນດານະໂຍບາຍພັດທະນາການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ.

ຕອບກັບ

ຂ່າວ/ບົດ​ອື່ນ