ສ້າງ ແລະ ນຳໃຊ້ເຄືອຂ່າຍຄວາມເກັ່ງກ້າສາມາດໜຸ່ມ ຫວຽດນາມ ທົ່ວໂລກ

(VOVWORLD) -ເປົ້າໝາຍລວມຂອງແຜນຮ່າງແມ່ນ ພົບເຫັນ, ບຳລຸງສ້າງ, ເສີມຂະຫຍາຍຄວາມເກ່ັງກ້າສາມາດໜຸ່ມ ຫວຽດນາມ ເພື່ອປະກອບສ່ວນສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ
ສ້າງ ແລະ ນຳໃຊ້ເຄືອຂ່າຍຄວາມເກັ່ງກ້າສາມາດໜຸ່ມ ຫວຽດນາມ ທົ່ວໂລກ - ảnh 1(ພາບປະກອບ: tuoitre.vn)

        ວັນທີ 01 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ ໄດ້ເຊັນຂໍ້ຕົກລົງອະນຸມັດຜ່ານແຜນຮ່າງ “ຄົ້ນພົບ, ບຳລຸງສ້າງ ແລະ ເສີມຂະຫາຍຄວາມເກັ່ງກ້າສາມາດໜຸ່ມ ຫວຽດນາມ ໄລຍະ 2022 - 2030”.

        ເປົ້າໝາຍລວມຂອງແຜນຮ່າງແມ່ນ ພົບເຫັນ, ບຳລຸງສ້າງ, ເສີມຂະຫຍາຍຄວາມເກ່ັງກ້າສາມາດໜຸ່ມ ຫວຽດນາມ ເພື່ອປະກອບສ່ວນສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ປຸກລູກນ້ຳໃຈຮັກຊາດ, ຄວາມຄາດຫວັງຢາກອຸທິດສ່ວນຂອງຜູ້ມີຄວາມເກັ່ງກ້າສາມາດໜຸ່ມ ຫວຽດນາມ; ປະຕິບັດຄາດຫວັງພັດທະນາປະເທດ ຫວຽດນາມ ໃຫ້ມີຄວາມວັດທະນາຖາວອນ, ຜາສຸກ. ມີບາງໜ້າທີ່, ມາດຕະການຂອງແຜນຮ່າງນັ້ນແມ່ນ ການຄົ້ນພົບ, ເຊີດຊູຜູ້ມີຄວາມເກັ່ງກ້າສາມາດໜຸ່ມ; ໜູນຊ່ວຍຜູ້ມີຄວາມເກັ່ງກ້າສາມາດໜຸ່ມທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ມີຄວາມເກັ່ງກ້າສາມາດຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດຊາຍແດນ, ໝູ່ເກາະ ໄດ້ຮ່ຳຮຽນ, ຄົ້ນຄວ້າ ແລະ ພັດທະນາຄວາມເກັ່ງກ້າສາມາດ; ຄົ້ນຄວ້າສະເໜີເພື່ອປະຕິບັດບັນດານະໂຍບາຍສຳລັບຜູ້ມີຄວາມເກັ່ງກ້າສາມາດໜຸ່ມ… ໃຫ້ສົມບູນແບບ.

ຕອບກັບ

ຂ່າວ/ບົດ​ອື່ນ