ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ສັງ​ຄົມ ແມ່ນ​ກຳ​ລັງ​ໜູນ​ພັດ​ທະ​ນາປະ​ເທດ​ຊາດ​ແບບ​ຍືນ​ຍົງ

(VOVWORLD) -ຕອນບ່າຍວັນທີ 21 ທັນວາ, ທະນາຄານ ນະໂຍບາຍສັງຄົມໄດ້ຈັດກອງປະຊຸມສະຫຼຸບຍຸດທະສາດພັດທະນາ ໄລຍະ 2011 – 2020 ແລະ ຕ້ອນຮັບນາມມະຍົດ ວິລະຊົນແຮງງານ ໃນໄລຍະປ່ຽນແປງໃໝ່.
ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ສັງ​ຄົມ ແມ່ນ​ກຳ​ລັງ​ໜູນ​ພັດ​ທະ​ນາປະ​ເທດ​ຊາດ​ແບບ​ຍືນ​ຍົງ - ảnh 1ທ່ານນາງດັ້ງທິງອັກທິ້ງຮອງປະທານປະເທດ ມອບນາມມະຍົດວິລະຊົນແຮງງານຍຸກປ່ຽນແປ່ງໃໝ່ໃຫ້ແກ່ທະນາຄານນະໂຍບາຍ (ພາບ: thanhuytphcm.vn

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດ, ຮອງປະທານຜູ້ທີໜຶ່ງ ສະພາແຂ່ງຂັນ - ຍ້ອງຍໍສັນລະເສີນສູນກາງຊີ້ແຈ້ງວ່າ: ຍາມໃດພັກ, ລັດກໍ່ເອົາໃຈໃສ່ຊີ້ນຳ, ນຳພາການສ້າງ ແລະ ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍໜູນຊ່ວຍສັງຄົມ, ຖືນີ້ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນໃຫ້ແກ່ການພັດທະນາປະເທດຊາດແບບຍືນຍົງ, ສະແດງໃຫ້ເຫັນລັກສະນະດີເລີດ, ທາດແທ້ອັນດີງາມຂອງລະບອບສັງຄົມນິຍົມ. ທ່ານຮອງປະທານປະເທດໄດ້ສະເໜີໃຫ້ທະນາຄານນະໂຍບາຍສັງຄົມກວດກາຄືນໃໝ່, ປັບປຸງ, ເພີ່ມເຕີມ, ສ້າງກົນໄກ, ນະໂຍບາຍກ່ຽວກັບສິນເຊື່ອນະໂຍບາຍສັງຄົມ ແລະ ບັນດາກົດໝາຍທີ່ກ່ຽວຂ້ອງໃຫ້ສົມບູນແບບ ເພື່ອແນໃສ່ລະດົມ, ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງກຳລັງໃຫ້ແກ່ສິນເຊື່ອນະໂຍບາຍສັງຄົມໃຫ້ມີປະສິດທິຜົນ, ຍູ້ແຮງການເຄື່ອນໄຫວສັງຄົມ, ເພີ່ມທະວີການກວດກາ, ຕິດຕາມກວດກາການປະຕິບັດກົດໝາຍກ່ຽວກັບສິນເຊື່ອນະໂຍບາຍສັງຄົມ… ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ຮັກສາຄວາມໄວ້ເນື້ອເຊື່ອໃຈຂອງ ສັງຄົມກໍ່ຄືທິດນຳທີ່ວ່າ “ເຂົ້າໃຈປະຊາຊົນ, ຮັບໃຊ້ປະຊາຊົນຢ່າງສຸດໃຈ”.

ຕອບກັບ

ຂ່າວ/ບົດ​ອື່ນ