ສ້າງ ແລະ ພັດ​ທະ​ນາ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ ຫວຽດ​ນາມ ໃຫ້​ເປັນ​ຫົວ​ໜ່ວຍຫຼັກ​ແຫຼ່ງ​ຂອງ​ຂະ​ແໜງ​ນ້ຳ​ມັນ​ອາຍ​ແກັດ

(VOVWORLD) -ທີ່ການເຮັດວຽກງານ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງທິດນຳແຫ່ງການກະທຳຂອງ PVN ແມ່ນ “ຄຸ້ມຄອງຄວາມຜັນແປ, ຮັບທ່າອ່ຽງ, ເຊື່ອມຕໍ່ແຫຼ່ງກຳລັງ, ເສີມຂະຫຍາຍອຸດສາຫະກຳ, ຊຸກຍູ້ການລົງທຶນ, ພັດທະນາແບບຍືນຍົງ”
ສ້າງ ແລະ ພັດ​ທະ​ນາ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ ຫວຽດ​ນາມ ໃຫ້​ເປັນ​ຫົວ​ໜ່ວຍຫຼັກ​ແຫຼ່ງ​ຂອງ​ຂະ​ແໜງ​ນ້ຳ​ມັນ​ອາຍ​ແກັດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ 

ຕອນເຊົ້າວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບກຸ່ມບໍລິສັດນ້ຳມັນອາຍແກັດ ແຫ່ງຊາດ ຫວຽດນາມ (Petrovietnam - PVN) ເພື່ອແນໃສ່ຍູ້ແຮງຄວາມຄືບໜ້າໃນການຜັນຂະຫຍາຍບາງໂຄງການຈຸດສຸມ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງກຸ່ມບໍລິສັດ. ການເຮັດວຽກໄດ້ຈັດຕັ້ງໂດຍກົງຢູ່ສຳນັກງານໃຫຍ່ຂອງ PVN ເຊື່ອມຕໍ່ກັບ 13 ສະຖານທີ່ເຊື່ອມຕໍ່ ທີ່ເປັນໜ່ວຍງານຕ່າງໆຂອງ PVN ໃນທົ່ວປະເທດ...

ທີ່ການເຮັດວຽກງານ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງທິດນຳແຫ່ງການກະທຳຂອງ PVN ແມ່ນ “ຄຸ້ມຄອງຄວາມຜັນແປ, ຮັບທ່າອ່ຽງ, ເຊື່ອມຕໍ່ແຫຼ່ງກຳລັງ, ເສີມຂະຫຍາຍອຸດສາຫະກຳ, ຊຸກຍູ້ການລົງທຶນ, ພັດທະນາແບບຍືນຍົງ”

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທົ່ວຂະແໜງນ້ຳມັນອາຍແກັດ ສຸມໃສ່ປະຕິບັດ 5 ເປົ້າໝາຍຫຼັກແຫຼ່ງຂອງທົ່ວຂະແໜງຢ່າງມີປະສິດທິຜົນ, ລວມມີ: ນຳການເຄື່ອນໄຫວຂອງບັນດາໂຄງການ, ໂຮງງານ, ກິດຈະກຳນ້ຳມັນອາຍແກັດໃຫ້ປອດໄພ, ມີສະຖຽນລະພາບ ແລະ ມີປະສິດທິຜົນ, ປະຕິບັດສຳເລັດບັນດາຄາດໝາຍຜະລິດດຳເນີນທຸລະກິດໃນປີ 2022 ທີ່ໄດ້ຮັບການຮັບຮອງເອົາ, ຍູ້ແຮງຄວາມຄືບໜ້າໃນການປະຕິບັດບັນດາໂຄງການຈຸດສຸມກ່ຽວກັບນ້ຳມັນອາຍແກັດ, ເພີ່ມທະວີວຽກງານຄົ້ນຫາ, ຂຸດຄົ້ນນ້ຳມັນອາຍແກັດ ເພື່ອຮັກສາປະລິມານ ແລະ ເພີ່ມນ້ຳມັນອາຍແກັດສຳຮອງ, ພັດທະນາຂະແໜງອຸດສາຫະກຳອາຍແກັດ, ຂະແໜງການບໍລິການນ້ຳມັນອາຍແກັດ ຢ່າງແຮງ, ປະຕິບັດສຳເລັດການແກ້ໄຂບັນດາໂຄງການປະສົບກັບຄວາມຫຍຸ້ງຍາກຂອງຂະແໜງໂດຍພື້ນຖານ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາພະນັກງານ, ລັດຖະກອນຂະແໜງນ້ຳມັນອາຍແກັດ ມານະພະຍາຍາມກ່ວາອີກໃນການກໍ່ສ້າງ ແລະ ພັດທະນາກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ ໃຫ້ເປັນໜ່ວຍງານຫຼັກແຫຼ່ງຂອງຂະແໜງນ້ຳມັນອາຍແກັດ, ມີຄວາມສາມາດບົ່ມຊ້ອນຢ່າງແຮງກ່ຽວກັບການເງິນ ແລະ ວິທະຍາສາດເຕັກໂນໂລຢີ, ມີກຳລັງແກ້ງແຍ້ງສູງພາຍໃນປະເທດ ແລະ ສາກົນ, ປະກອບສ່ວນສຳຄັນ ເຂົ້າໃນວິວັດການກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ