ສ້າງ ແລະ ໂຄ​ສະ​ນາ​ເຄື່ອງ​ໝາຍ​​ແຫ່ງ​ຊາດ “ສິ​ລະ​ປະ​ສີຂັດມັນສີ​ເຄືອບຫວຽດ​ນາມ” ໄລ​ຍະ 2020 – 2030

(VOVWORLD) -ແຜນຮ່າງສ້າງ ແລະ ໂຄສະນາເຄື່ອງໝາຍການຄ້າແຫ່ງຊາດ “ສິລະປະສີຂັດມັນສີເຄືອບ ຫວຽດນາມ” ໄລຍະ 2020 – 2030 ໄດ້ຮັບການເຊັນອະນຸມັດໃຫ້ສັດຕະຍາບັນຢ່າງເປັນທາງການ.
ສ້າງ ແລະ ໂຄ​ສະ​ນາ​ເຄື່ອງ​ໝາຍ​​ແຫ່ງ​ຊາດ “ສິ​ລະ​ປະ​ສີຂັດມັນສີ​ເຄືອບຫວຽດ​ນາມ” ໄລ​ຍະ 2020 – 2030 - ảnh 1ບັນດາຜະລິດຕະພັນສິລະປະສີຂັດມັນສີເຄືອບ ເຕືອງບິ່ງຮຽບ, ບິ່ງເຢືອງ (ພາບ:TTXVN)

ໂຄງການດັ່ງກ່າວປະກອບສ່ວນໂຄສະນາສິລະປະ, ພັດທະນາການທ່ອງທ່ຽວ, ເສດຖະກິດ, ສັງຄົມຂອງປະເທດຊາດ, ປະກອບສ່ວນຢັ້ງຢືນຄຸນຄ່າຂອງພາບສີຂັດມັນ ຫວຽດນາມ ຢູ່ຕະຫຼາດພາຍໃນ ແລະ ສາກົນ. ພ້ອມກັນນັ້ນ, ຍູ້ແຮງການແລກປ່ຽນ, ເອົາໃຈໃສ່ການໂຄສະນາເຄື່ອງໝາຍການຄ້າແຫ່ງຊາດຜ່ານການແນະນຳຜະລິດຕະພັນ, ພາບສີຂັດມັນສີເຄືອບຫວຽດນາມ ໃຫ້ກາຍເປັນຜະລິດຕະພັນແຫ່ງວັດທະນະທຳ, ສິລະປະ, ປະກອບສ່ວນສ້າງວັດທະນະທຳອຸດສາຫະກຳ…


ຕອບກັບ

ຂ່າວ/ບົດ​ອື່ນ