ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ພັດ​ທະ​ນາ​ເຂດ​ໄຕ​ງວຽນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຮັບຮູ້ບັນດາການຜັນປ່ຽນທີ່ຕັ້ງໜ້າຂອງເຂດໄຕງວຽນ ເຊິ່ງສະແດງໃຫ້ເຫັນຜ່ານບັນດາຕົວເລກເຕີບໂຕດ້ານເສດຖະກິດ, ລາຍຮັບງົບປະມານ, ການປ່ອຍເງິນລົງທຶນສາທາລະນະ…
ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ພັດ​ທະ​ນາ​ເຂດ​ໄຕ​ງວຽນ - ảnh 1ກອງປະຊຸມສະພາປະສານງານເຂດໄຕງວຽນຄັ້ງທີ 3 (ພາບ:  cand.com.vn)

ວັນທີ 23 ມິຖຸນາ, ຢູ່ນະຄອນດ່າລາດ, ແຂວງເລິມດົ່ງ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງເປັນປະທານກອງປະຊຸມສະພາປະສານງານເຂດໄຕງວຽນຄັ້ງທີ 3. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຮັບຮູ້ບັນດາການຜັນປ່ຽນທີ່ຕັ້ງໜ້າຂອງເຂດໄຕງວຽນ ເຊິ່ງສະແດງໃຫ້ເຫັນຜ່ານບັນດາຕົວເລກເຕີບໂຕດ້ານເສດຖະກິດ, ລາຍຮັບງົບປະມານ, ການປ່ອຍເງິນລົງທຶນສາທາລະນະ… ທ່ານຮອງນາຍົກລັດຖະມົນຕີ ສະເໜີຕ້ອງກຳນົດຂອບນິຕິກຳ ເພື່ອໃຫ້ບັນດາແຂວງເຂດໄຕງວຽນ ພ້ອມກັນພັດທະນາບົນຈິດໃຈຮ່ວມມື. ນີ້ແມ່ນການກຳນົດທິດເພື່ອພັດທະນາແບບຍືນຍົງ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ດ້ວຍການຮ່ວມສຳພັນຢ່າງແໜ້ນແຟ້ນ, ມີແບບມີແຜນ, ມີວິທະຍາສາດ, ບັນດາແຂວງເຂດໄຕງວຽນ ອາດຈະປະຕິບັດບັນດາເນື້ອໃນລວມມີ: ພັດທະນາລະບົບຄົມມະນາຄົມເຊື່ອມຕໍ່; ພັດທະນາການທ່ອງທ່ຽວເປັນລະບົບ, ຕາມສາຍ, ຂຸດຄົ້ນສີສັນວັດທະນະທຳທີ່ເປັນເອກະລັກສະເພາະຢ່າງມີປະສິດທິຜົນ; ແບ່ງປັນການດຶງດູດເງິນລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ ຈະສ້າງກຳລັງໜູນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງທ່ວງທ່າເພື່ອໃຫ້ ເຂດໄຕງວຽນມີການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ