ສ້າງ​ກົນ​ໄກ​ທົດ​ລອງ​ພັດ​ທະ​ນາ​ຮູບ​ແບບ​ເສດ​ຖະ​ກິດ​ໝູນ​ວຽນ ຮັບ​ປະ​ກັນ​ຄວາມ​ຄົບ​ຊຸດ ແລະ ຄວາມ​ເປັນ​ໄປ​ໄດ້

(VOVWORLD) - ການສ້າງກົນໄກນີ້ ຈະສ້າງກຳລັງໜູນໃຫ້ແກ່ວິສາຫະກິດ ແລະ ນັກລົງທຶນຫັນປ່ຽນ, ພັດທະນາການທົດລອງບັນດາແນວຄວາມຄິດ, ຂໍ້ລິເລີ່ມດ້ານເສດຖະກິດໝູນວຽນ.
ສ້າງ​ກົນ​ໄກ​ທົດ​ລອງ​ພັດ​ທະ​ນາ​ຮູບ​ແບບ​ເສດ​ຖະ​ກິດ​ໝູນ​ວຽນ ຮັບ​ປະ​ກັນ​ຄວາມ​ຄົບ​ຊຸດ ແລະ ຄວາມ​ເປັນ​ໄປ​ໄດ້ - ảnh 1ພາບປະກອບ: vneconomy.vn

ກະຊວງແຜນການ ແລະ ການລົງທຶນຫວຽດນາມພວມເລັ່ງສ້າງ ແລະ ສຳເລັດຮ່າງມະຕິວ່າດ້ວຍກົນໄກທົດລອງພັດທະນາເສດຖະກິດໝູນວຽນຢ່າງຮີບດ່ວນ. ການສ້າງກົນໄກນີ້ ຈະສ້າງກຳລັງໜູນໃຫ້ແກ່ວິສາຫະກິດ ແລະ ນັກລົງທຶນຫັນປ່ຽນ, ພັດທະນາການທົດລອງບັນດາແນວຄວາມຄິດ, ຂໍ້ລິເລີ່ມດ້ານເສດຖະກິດໝູນວຽນ.

ເສດຖະກິດໝູນວຽນແມ່ນຮູບແບບເສດຖະກິດທີ່ໃຫ້ຄວາມເອົາໃຈໃສ່ການຄຸ້ມຄອງ ແລະ ພະລັງງານຊັບພະຍາກອນທົດແທນ ແບບຄົບວົງຈອນ ເພື່ອແນໃສ່ຫຼີກລ້ຽງການປ່ອຍສິ່ງເສດເຫຼືອ. ແຜນການພັດທະນາເສດຖະກິດໝູນວຽນຢູ່ ຫວຽດນາມ ໄດ້ຮັບການອະນຸມັດຕາມຂໍ້ຕົກລົງເລກທີ 687 ປີ 2022 ຂອງນາຍົກລັດຖະມົນຕີ. ນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມສຳຄັນທຳອິດເພື່ອແນໃສ່ກຳນົດວິວັດຂະບວນການ, ຄວາມຮຽກຮ້ອງ ແລະ ການກຳນົດທິດພັດທະນາເສດຖະກິດໝູນວຽນ ຢູ່ ຫວຽດນາມ. ທ່ານ ຫງວຽນຮວາເກືອງ, ຮອງຫົວໜ້າສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດ ສູນກາງ ຖືວ່າ:

ການທົດລອງການໜູນຊ່ວຍຮູບແບບເສດຖະກິດໝູນວຽນ ໄດ້ປະຕິບັດໃນໄລຍະເວລາປະມານ 5 ປີ, ແຕ່ ສຳລັບ ຫວຽດນາມ ແມ່ນຈະສ້າງວິວັດການຍາວນານ, ພິເສດໃນສະພາບການນາຍົກລັດຖະມົນຕີ ໄດ້ໃຫ້ຄຳໝັ້ນສັນຍາປະຫວັດສາດຢູ່ ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 26 (COP26) ຢູ່ ອັງກິດແມ່ນ ໃນປີ 2050 ຕ້ອງຫຼຸດການປ່ອຍອາຍພິດລົງລະດັບ 0. ເພາະສະນັ້ນ, ການສ້າງນະໂຍບາຍລວມມີຄວາມສຳຄັນ ນັບແຕ່ການໃຫ້ຄຳໝັ້ນສັນຍາຂອງການນຳລັດຖະບານ, ກະຊວງ, ຂະແໜງການ  ກໍ່ຄືການສ້າງບັນດານະໂຍບາຍລະອຽດຂອງແຕ່ລະຂະແໜງເພື່ອຮັບປະກັນການນຳໃຊ້ເສດຖະກິດໝູນວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ