ສ້າງກົນໄກສະດວກເພື່ອດຶງດູດແຫຼ່ງເງິນລົງທຶນເຂົ້າໂຄງລ່າງເສດຖະກິດ-ສັງຄົມ

(VOVWORLD) - ຕອນເຊົ້າວັນທີ 28 ພຶດສະພາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນຕາມຮູບການຄູ່ຮ່ວມມືພາກລັດ-ພາກເອກະຊົນ (PPP). 

ຮ່າງກົດໝາຍສະບັບດັ່ງກ່າວ ແມ່ນເພື່ອແນໃສ່ດຶງດູດແຫຼ່ງກຳລັງຂອງບຸກຄົນ, ອົງການຈັດຕັ້ງລົງທຶນເຂົ້າໂຄງລ່າງເສດຖະກິດ - ສັງຄົມຂອງປະເທດຊາດ, ຂອງບັນດາທ້ອງຖິ່ນ, ບັນດາຂະແໜງການໃນຂະນະທີ່ແຫຼ່ງງົບປະມານແຫ່ງລັດຈຳກັດ. ປະກອບຄຳເຫັນໃສ່ຮ່າງກົດໝາຍ, ທ່ານ ຫວູຕ໊ຽນລົກ ສະມາຊິກສະພາແຫ່ງຊາດແຂວງ ທ໊າຍບີງ ສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ສະພາແຫ່ງຊາດພິຈາລະນາມາດຖານກ່ຽວກັບຂອບຂະໜາດຂອງໂຄງການ PPP ແລະ ບັນດາຂົງເຂດລົງທຶນ PPP ພວມໄດ້ນຳເຂົ້າບັນຈຸໃນຮ່າງກົດໝາຍ. ຍ້ອນວ່າ ພວກເຮົາ ພວມຕ້ອງການແຫຼ່ງເງິນລົງທຶນກ້ອນໃຫຍ່ ແລະ ການລົງທຶນ PPP ຕ້ອງຮັບປະກັນລັກສະນະໄຫວພິບ, ຮັບມືກັບທຸກກໍລະນີທີ່ອາດຈະເກີດຂຶ້ນໃນອະນາຄົດ. ຕາມຂ້າພະເຈົ້າແລ້ວ, ບໍ່ພຽງແຕ່ສຸມໃສ່ເຂົ້າໃນບັນດາໂຄງການໃຫຍ່ເທົ່ານັ້ນ ຫາກຍັງສ້າງໂອກາດໃຫ້ແກ່ບັນດາໂຄງການນ້ອຍ ສາມາດຜັນຂະຫຍາຍໄດ້ຢ່າງວ່ອງໄວ ແລະ ເສີມຂະຫຍາຍປະສິດທິຜົນໂດຍໄວ ເພື່ອຟື້ນຟູເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ