ສ້າງກົນໄກໜູນຊ່ວຍບັນດາວິສາຫະກິດສ້າງວຽກເຮັດງານທຳໃຫ້ແກ່ຄົນພິການ

(VOVWORLD) -“ຮາກຖານການຜະລິດດຳເນີນທຸລະກິດຂອງຄົນພິການ - ພຶດຕິກຳຕົວຈິງ ແລະ ຂໍ້ສະເໜີແນະ”
ສ້າງກົນໄກໜູນຊ່ວຍບັນດາວິສາຫະກິດສ້າງວຽກເຮັດງານທຳໃຫ້ແກ່ຄົນພິການ - ảnh 1ບັນຍາກາດຂອງການໂອ້ລົມສົນທະນາ (ພາບ: Anh Tuan/TTXVN)

ຕອນເຊົ້າວັນທີ 17 ເມສາ, ທີ່ຮ່າໂນ້ຍ, ສະມາຄົມອຸປະກະລະຄົນພິການ ແລະ ກຳພ້າຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ຮາກຖານການຜະລິດດຳເນີນທຸລະກິດຂອງຄົນພິການ - ພຶດຕິກຳຕົວຈິງ ແລະ ຂໍ້ສະເໜີແນະ”. ການໂອ້ລົມສົນທະນາຄັ້ງນີ້ ເພື່ອແນໃສ່ສ້າງກາລະໂອກາດພົບປະແລກປ່ຽນ, ປຶກສາຫາລື, ຊອກຫາວິທີແກ້ໄຂບັນດາຄວາມຫຍຸ້ງຍາກສຳລັບຄົນພິການ ທີ່ເປັນເຈົ້າຂອງຮາກຖານການຜະລິດ, ດຳເນີນທຸລະກິດ; ພ້ອມກັນນັ້ນ, ຍົກອອກຂໍ້ສະເໜີ, ສະເໜີແນະປະກອບສ່ວນເພື່ອຊ່ວຍໃຫ້ບັນດາວິສາຫະກິດຂອງທະຫານເສຍອົງຄະ, ຄົນພິການ ສາມາດເສີມຂະຫຍາຍການເຄື່ອນໄຫວໃຫ້ມີປະສິດທິຜົນ ແລະສ້າງວຽກເຮັດງານທຳໃຫ້ແກ່ຄົນດ້ອຍໂອກາດ. ມາຮອດປັດຈຸບັນ, ທົ່ວປະເທດຫວຽດນາມມີຮາກຖານການຜະລິດຂອງຄົນເຈັບປ່ວຍ, ເສຍອົງຄະ ແລະ ຄົນພິການ ຈຳນວນທັງໝົດແມ່ນ 700 ແຫ່ງ; ແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນງານກວ່າ 40.000 ຄົນ ດ້ວຍລະດັບລາຍຮັບສະເລ່ຍຕໍ່ຫົວຄົນ ແມ່ນແຕ່ 5 – 7 ລ້ານດົງ/ຄົນ/ເດືອນ.

        ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນຄົນພິການແມ່ນເຈົ້າຂອງວິສາຫະກິດ, ເຈົ້າຂອງຮາກຖານດຳເນີນການຜະລິດໄດ້ປຶກສາຫາລື, ປະກອບຄຳຄິດເຫັນ ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດສ້າງວຽກເຮັດງານທຳໃຫ້ແກ່ຄົນພິການນັບມື້ນັບພັດທະນາ.


ຕອບກັບ

ຂ່າວ/ບົດ​ອື່ນ