ສ້າງກຸ່ມກ້ອນສາມັກຄີລະຫວ່າງຜູ້ເຊື່ອຖືສາສະໜາ ແລະ ບໍ່ເຊື່ອຖືສາສະໜາ ໃຫ້ນັບມື້ນັບແໜ້ນແຟ້ນ

ສ້າງກຸ່ມກ້ອນສາມັກຄີລະຫວ່າງຜູ້ເຊື່ອຖືສາສະໜາ ແລະ ບໍ່ເຊື່ອຖືສາສະໜາ ໃຫ້ນັບມື້ນັບແໜ້ນແຟ້ນ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 13/12, ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ​ ອວຍພອນວັນ​ບູນ ຄິິດສມາດ 2014 ຢູ່​ສຳນັກ​ສັງຄະ​ລາດ ຊວນ​ໂລກ ​ແລະ ຄະນະ​ກຳມະການ​ສາມັກຄີ​ຊາວ​ຄຼິດ ດົ່ງ​ນາຍ. ທີ່ສຳນັກ​ສັງຄະ​ລາດ ຊວນ​ໂລກ, ທ່ານ ຫງວຽນ​ທ້ຽນ​ເບີ​ນ​ໄດ້​ຝາກ​ຄຳ​ອວຍພອນ​ເຖິງ​ບັນດາ​​ສັງ​ກະລາດ, ບັນດາ​ຜູ້​ທີ່​ມີ​ຍົດ​ທະ​ສັກ​ຕໍາ​​ແໜ່​ງ, ນັກບວດ ແລ​ະ ພໍ່​ແມ່ປະຊາຊົນ​ເຊື່ອ​ຖື​ສາສະໜາ​ຄຼິດ ​ໃນ​​ເຂດ​ຊາວ​ຄຼິດ ຊວນ​ໂລກ ​ເວົ້າ​ສະ​ເພາະ ​ແລະ ຊາວຄຼິດ ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ ຈັດ​ຕ້ອນຮັບ​ວັນ​ບູນ ຄິດສມາດ ສະຫງົບ​ສຸກ ​ໃນ​ກຸ່ມ​ກອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ຫງວຽນ​ທ້ຽນ​ເຍີນ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນວັນ​ບູນ ຄິດສມາດ 2014 ຢູ່​ຄະນະ​ກຳມະ​ສາມັກຄີ​ຄິດ​ທະ​ສາສະໜາ​​ແຂວງດົ່ງ​ນາຍ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ດ້ວຍ​ບົດບາດ​ຂອງ​ຕົນ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ສົມທົບ​ກັນ, ຊ່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ຄະນະ​ກຳມະ​ສາມັກຄີ​ຄິດ​ທະ​ສາສະໜາ​ຫວຽດນາມ ທຸກ​ຂັ້ນ ສຳ​ເລັດ​ບົດບາດ​ເປັນ​ຂົວ​ຕໍ່, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ພາລະກິດ​ສ້າງສາ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ຂ່າວ/ບົດ​ອື່ນ