ສ້າງກົມການຮົບໃຫ້ສົມເປັນອົງການເສນາທິການຍຸດທະສາດກ່ຽວກັບການທະຫານ,ປ້ອງກັນປະເທດ

ສ້າງກົມການຮົບໃຫ້ສົມເປັນອົງການເສນາທິການຍຸດທະສາດກ່ຽວກັບການທະຫານ,ປ້ອງກັນປະເທດ - ảnh 1
ສະ​ເຫຼີມສະຫຼອງ 70 ​ແຫ່ງ​ວັນ​ມູນ​ເຊື້ອຂອງ​ກົມ​ການ​ຮົບ,
ກົມ​ເສນາ​ທິການ​ກອງທັບ​ປະຊາຊົນ​ຫວຽດນາມ
(ພາບ: VGP)


(vovworld) – ສ້າງ​ກົມ​ການ​ຮົບ​ໃຫ້​​ສົມ​ເປັນ​ອົງການ​ເສນາ​ທິການ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ທະຫານ, ປ້ອງ​ກັນ​ປະ​ເທດ. ນັ້ນ​ແມ່ນ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເມື່ອ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີມສະຫຼອງ 70 ​ແຫ່ງ​ວັນ​ມູນ​ເຊື້ອຂອງ​ກົມ​ການ​ຮົບ, ກົມ​ເສນາ​ທິການ​ກອງທັບ​ປະຊາຊົນ​ຫວຽດນາມ (07/09/1945 – 07/09/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​​ໃຫ້​ກົມ​ການ​ຮົບສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ຄົ້ນຄວ້າ, ຄາດ​ຄະ​ເນ​ສະພາບ​ການ, ​ເປັນ​ເສນາ​ທິການສະ​ເໜີ​ບັນດາ​ແຜນ​ນະ​​ໂຍບາຍ, ມາ​ດຕະການ​ແກ້​ໄຂ​ຍຸດ​ທະ​ສາດ, ​ເປັນ​ເຈົ້າ​ການ​ສະ​ກັດ​ກັ້ນ ​ແລະ ​ແກ້​ໄຂ​ບັນດາ​ສະພາບ​ການ​ບໍ່​ປະ​ໃຫ້​ຕົກ​ໃນ​ທ່າ​ຮັບ, ບັງ​ເອີນ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິ​ພາບ ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

        “ຕ້ອງ​ຕິດຕາມ, ກຳ​ແໜ້ນສະພາບ​ການ​ເປັນ​ປະຈຳ, ຄຸ້ມ​ຄ​ອງ​ເຂດ​ນ່ານຟ້າ, ​ເຂດ​ທະ​ເລ, ​ໝູ່​ເກາະ, ​ເຂດ​ຊາຍ​​​ແດນ ​ແລະ ບັນດາ​ບໍ​ລິ​ເວນ​ຈຸດສຸມ​ຢ່າງ​ແໜ້ນ​​ແຟ້ນ. ​ເປັນ​ເຈົ້າ​ການ​ຄົ້ນຄວ້າ, ຕີ​ລາຄາ​ສະພາບ​ການ​ໂລກ ​ແລະ ພາກພື້ນ, ​ທະ​ເລ​ຕາ​ເວັນ​ອອກ, ທີ່​ສົ່ງ​ຜົນ​ກະທົບ​ເຖິງ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ​ເປັນ​ເສນາ​ທິການ​ສະ​ເໜີ​ແກ້​ໄຂ​ບັນດາ​ສະພາບ​ການ​ເກີດ​ຂຶ້ນ​ຢ່າງ​ທັນ​ການ, ບໍ່​ປະ​ໃຫ້​ສະພາບ​ການ​ຊົ່ວ​ຮ້າຍລົງ, ບໍ່​ປະ​ໃຫ້​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ສວຍ​ໃຊ້​ໂອກາດ, ປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​”.

ຂ່າວ/ບົດ​ອື່ນ