ສ້າງ​ກອບ​ກົດໝາຍ​ໃນ​ ການອະພິປາຍຢູ່ ບັນດາ ອົງການສະພາແຫ່ງຊາດ

ສ້າງ​ກອບ​ກົດໝາຍ​ໃນ​ ການອະພິປາຍຢູ່ ບັນດາ ອົງການສະພາແຫ່ງຊາດ - ảnh 1
ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ຫົວ​ເລື່ອງ ການ​ເຄື່ອນ​ໄຫວ​ທາ​ບທາມ ​ແລະ ອະພິປາຍ​ຢູ່​ບັນດາ ອົງການສະພາແຫ່ງຊາດ (ພາບ : TTXVN)


Vovworld- ຫວ່າງ​ແລ້ວ​ນີ້, ຢູ່​ນະຄອນ​ຫາຍ​ຟ່ອງ, ​ໄດ້​ຈັດການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ຫົວ​ເລື່ອງ ການ​ເຄື່ອນ​ໄຫວ​ທາ​ບທາມ ​ແລະ ອະພິປາຍ​ຢູ່​ສະພາ​ຊົນ​ເຜົ່າ ​ແລະ ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ. ນີ້ແມ່ນການ ເຄື່ອນໄຫວນອນໃນໂຄງການຮ່ວມມືລະຫວ່າງຫ້ອງວ່າການ ສະພາແຫ່ງຊາດ ຫວຽດນາມ ແລະ ອົງການ ສ.ປ.ຊ ເພື່ອການພັດທະນາ UNDP  - ​ໂຄງການ​“ເພີ່ມ​ທະວີຄວາມ​ສາມາດ​ໃຫ້​ແກ່​ບັນດາ​ອົງການ​ຜູ້ຕາງໜ້າ​ຢູ່​ຫວຽດນາມ. ​ເພື່ອ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ວິທີ​ການ​ດຳ​ເນີນ​ບັນດາ​ການ​ອະພິປາຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດພວມ​ຊີ້​ນຳ​ການ​ສ້າງ​ຂໍ້​ກຳນົດ​ໂດຍ​ລະອຽດ​ກ່ຽວ​ກັບ​ບັນດາ​ຂັ້ນ​ຕອນ, ລະບຽບ​ການຈັດ​ຕັ້ງ​ການ​ອະພິປາຍ​ຢູ່ ສະພາ​ຊົນ​ເຜົ່າ ​ແລະ ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ. ທ່ານ​ຮອງ​ຫົວໜ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຫວຽດນາມ ຫງວຽນ​ຊີ້​ເຫຼີ້ຍ ຖື​ວ່າ ການ​ອະພິປາຍ​ແມ່ນ​ເພື່ອ​ແນ​ໃສ່​ສ້າງ​ເວທີ​ປາ​ໄສ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ທັດສະນະ​ກ່ຽວ​ກັບ​ການ​ສ້າງ ​ແລະ ປະຕິບັດ​ນະ​ໂຍບາຍ​ຢ່າງຮອບດ້ານ, ​ເປີດ​ເຜີຍ, ຮັບ​ປະກັນ​ບັນດາ​ມາດຖານ​ກ່ຽວ​ກັບ​ລັກສະນະ​ເປີດ​ເຜີຍ, ​ໂຄສະ​ນາ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ທີ່​ຊັດ​ເຈນ. ບັນດາ ຄຳຄິດຄຳເຫັນທີ່ການໂອ້ລົມສົນທະນາ ໄດ້ສະເໜີວ່າ ສະພາ​ຊົນ​ເຜົ່າ ​ແລະ ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຄວນຕັ້ງໜ້າຫຼາຍກ່ວາອີກໃນການ ດຳເນີນ ການ​ອະພິປາຍ, ຫັນບັນດາຂັ້ນຕອນ, ລະບຽບການທາບທາມ ມະຫາຊົນ ໃນກົດໝາຍ​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ. ບັນດາ​ອົງການ​ຂອງ​ສະພາ​​ແຫ່ງ​ຊາດ​ຄວນ​ນຳ​ໃຊ້ ​ແລະ ຜັນ​ຂະຫຍາຍ​ບັນດາ​ເຄື່ອງມື​ທາ​ບທາມ​ໃຫ້​ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ; ຈັດ​ຊຸດ​ອົບຮົມ​ໃຫ້​ບັນດາ​ກົມ​ຮັບ​ໃຊ້​ໃຫ້​ແກ່ ບັນດາ​ອົງການ​ຂອງ​ສະພາ​​ແຫ່ງ​ຊາດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທາ​ບທາມ​ມະຫາຊົນ ​ແລະ ອະພິປາຍ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ເປັນ​ເສນາ​ທິການ ​ແລະ ການ​ຮັບ​ໃຊ້.

ຂ່າວ/ບົດ​ອື່ນ