ສ້າງກອບກົດໝາຍໃຫ້ແກ່ການເຄື່ອນໄຫວກວດ, ປິ່ນປົວພະຍາດທາງໄກໃຫ້ສົມບູນແບບໂດຍໄວ

(VOVWORLD) - ວັນທີ 08 ຕຸລາ, ທີ່ຮ່າໂນ້ຍ, ກົມຄຸ້ມຄອງການກວດ, ປິ່ນປົວພະຍາດ (ກະຊວງສາທາລະນະສຸກ ຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມໝູນໃຊ້ລະບົບ Telemedicine ເຂົ້າໃນການເບິ່ງແຍງດູແລສຸຂະພາບເບື້ອງຕົ້ນ ຕາມຫຼັກມູນທິດສະດີການແພດຄອບຄົວ.
ສ້າງກອບກົດໝາຍໃຫ້ແກ່ການເຄື່ອນໄຫວກວດ, ປິ່ນປົວພະຍາດທາງໄກໃຫ້ສົມບູນແບບໂດຍໄວ - ảnh 1ການບົ່ງມະຕິພະຍາດ, ກວດ, ປິ່ນປົວພະຍາດຈາກທາງໄກ (ພາບ: nhandan.com.vn)

        ກອງປະຊຸມດັ່ງກ່າວ ເພືຶ່ອແນໃສ່ສະໜອງຂໍ້ມູນຂ່າວກ່ຽວກັບສະພາບການເບິ່ງແຍງດູແລສຸຂະພາບ ດ້ວຍລະບົບ Telemedicine ຢູ່ໃນໂລກ; ພື້ນຖານເຕັກໂນໂລຊີໃຫ້ Telemedicine; ບັນດາອຸປະກອນຕິດຕາມດັດຊະນີສຸຂະພາບທີ່ມັກນຳໃຊ້ໃນລະບົບ Telemedicine.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາມາດຕະການ ເພື່ອແກ້ໄຂບັນດາບັນຫາກ່ຽວກັບການກຳນົດຊຳລະເງິນ, ລາຄາການບົ່ງມະຕິພະຍາດ, ວິທີຈັດຕັ້ງການບົ່ງມະຕິພະຍາດ, ກວດ, ປິ່ນປົວພະຍາດຈາກທາງໄກໃຫ້ສຳເລັດ. ພ້ອມກັນນັ້ນ, ບັນດາຜູ້ແທນກໍ່ກຳນົດບັນດາມາດຖານໃຫ້ຄົນເຈັບ, ປະເພດພະຍາດທີ່ຕ້ອງກວດ, ປິ່ນປົວ, ເບິ່ງແຍງດູແລທາງໄກ, ຢູ່ເຮືອນ; ຮາກຖານສາທາລະນະສຸກຕ້ອງມີເງື່ອນໄຂໃດໜຶ່ງ ເພື່ອສາມາດຜັນຂະຫຍາຍໃຫ້ບໍລິການກວດ, ປິ່ນປົວພະຍາດ ແລະ ເບິ່ງແຍງດູແລທາງໄກ; ກໍ່ຄືບັນດາພາຫະນະອຸປະກອນເຕັກນິກຮັບໃຊ້ແກ່ການເຄື່ອນໄຫວດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ