ສ້າງກອບນິຕິກຳສະດວກໃຫ້ແກ່ການພັດທະນາ, ນຳໃຊ້ AI

(VOVWORLD) - ວິວັດການຄົ້ນຄວ້າຂໍ້ກຳນົດດ້ານນິຕິກຳກ່ຽວຂ້ອງເຖິງຜູ້ຊ່ວຍເໝືອນຈິງ (Virtual Assiistan) ເວົ້າສະເພາະ ແລະ ບັນດາໂປຼແກຼມປັນຍາປະດິດ (AI) ເວົ້າລວມ, ຢູ່ ຫວຽດນາມ ໄດ້ ແລະ ພວມດຳເນີນໄປຢ່າງຕັ້ງໜ້າ.
ສ້າງກອບນິຕິກຳສະດວກໃຫ້ແກ່ການພັດທະນາ, ນຳໃຊ້ AI - ảnh 1ທີ່ການຖະແຫຼງຂ່າວ
(ພາບ: TTXVN)

        ໃນການຖະແຫຼງຂ່າວນັດສາມັນຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 08 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຝູຕຽນ, ຮອງຫົວໜ້າກົມຫັນເປັນດີຈີຕອນແຫ່ງຊາດ, ໃຫ້ຮູ້ວ່າ, ວິວັດການຄົ້ນຄວ້າຂໍ້ກຳນົດດ້ານນິຕິກຳກ່ຽວຂ້ອງເຖິງຜູ້ຊ່ວຍເໝືອນຈິງ (Virtual Assiistan) ເວົ້າສະເພາະ ແລະ ບັນດາໂປຼແກຼມປັນຍາປະດິດ (AI) ເວົ້າລວມ, ຢູ່ ຫວຽດນາມ ໄດ້ ແລະ ພວມດຳເນີນໄປຢ່າງຕັ້ງໜ້າ. ທ່ານຢືນຢັນວ່າ, ທັດສະນະຂອງ ຫວຽດນາມ ໃນການສ້າງຂໍ້ກຳນົດດ້ານນິຕິກຳກ່ຽວຂ້ອງເຖິງ Virtual Assiistan ແມ່ນ: ພັດທະນາ ແລະ ນຳໃຊ້ປັນຍາປະດິດ ຖືມະນຸດ ແລະ ວິສາຫະກິດເປັນໃຈກາງ, ຫຼີກລ້ຽງການລະເມີດສິດ, ຜົນປະໂຫຍດອັນຊອບທຳຂອງອົງການຈັດຕັ້ງ, ສ່ວນບຸກຄົນ. ອົງການທີ່ມີໜ້າທີ່ກໍ່ເຮັດວຽກກັບບັນດາວິສາຫະກິດ, ໃນນັ້ນ, ບັນດາວິສາຫະກິດໄດ້ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບການຮັບປະກັນສິດ, ຜົນປະໂຫຍດສ່ວນບຸກຄົນ, ອົງການຈັດຕັ້ງທາງເຄືອຂ່າຍອີນເຕີເນັດ, ຮັບປະກັນການພັດທະນາຂອງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ