ສ້າງການພົວພັນດ້ານການຄ້າທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ເບລາຣຸດ ດ້ວຍການສ້າງຕັ້ງບັນດາກຸ່ມບໍລິສັດຮ່ວມທຸລະກິດຜະລິດອຸດສາຫະກໍາ

(VOVWORLD) -  ຕອນບ່າຍວັນທີ 25 ກັນຍາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ເບລາຣຸດ Igor Lyashenko ເຊິ່ງພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ສ້າງການພົວພັນດ້ານການຄ້າທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ເບລາຣຸດ ດ້ວຍການສ້າງຕັ້ງບັນດາກຸ່ມບໍລິສັດຮ່ວມທຸລະກິດຜະລິດອຸດສາຫະກໍາ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ເບລາຣຸດ Igor Lyashenko (ພາບ: TTXVN)

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເບລາຣຸດ Igor Lyashenko ແຈ້ງໃຫ້ຊາບວ່າ ວັນທີ 26 ກັນຍາ, ຢູ່ ຮຶງອຽນ, ເບຣາຢຸດ ແລະ ຫວຽດນາມ ຈະເປີດສະຫຼອງໂຮງງານຜະລິດລົດບັນທຸກ, ພ້ອມທັງ ໃຫ້ຮູ້ວ່າ ຝ່າຍ ເບລາຣຸດ ກໍຈະຜັນຂະຫຍາຍໂຄງການຮ່ວມທຸລະກິດຜະລິດລົດເມ ເພື່ອໃຫ້ຮັບໃຊ້ຄວາມຕ້ອງການຂອງຫວຽດນາມ ໂດຍສະເພາະແມ່ນ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ເບລາຣຸດ Igor Lyashenko ຖືວ່າ ການພົວພັນລະຫວ່າງ ຫວຽດນາມ - ເບລາຣຸດ ຄວນສ້າງພົວພັນດ້ານການຄ້າທີ່ເປັນມູນເຊື້ອ ດ້ວຍການສ້າງຕັ້ງບັນດາບໍລິສັດຮ່ວມທຸລະກິດຜະລິດອຸດສາຫະກໍາຮັບໃຊ້ຄວາມຕ້ອງການຂອງທັງສອງຝ່າຍ. ທ່ານສະເໜີວ່າ ສອງຝ່າຍສ້າງຕ້ັງບໍລິສັດຮ່ວມທຸລະກິດຜະລິດຢາງລົດໂອໂຕ ຢູ່ເບລາຣຸດ ທີ່ນໍາໃຊ້ວັດຖຸດິບຢາງພາລາຂອງຫວຽດນາມ. ດັ່ງນັ້ນ, ທ່ານສະເໜີໃຫ້ສອງຝ່າຍຮ່ວມດຳເນີນທຸລະກິດໃນການຜະລິດຢາງລົດໂອໂຕ ຢູ່ ເບລາຣຸດ ຊຶ່ງນຳໃຊ້ວັດຖຸດິບຢາງພາລາຂອງ ຫວຽດນາມ ເພື່ອຊົມໃຊ້ຢູ່ຕະຫຼາດສະຫະພັນ ອາຊີ - ເອີລົບ. ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະເໜີສ້າງບໍລິສັດຮ່ວມທຸລະກິດຜະລິດປຸຍກາລີ ຢູ່ຫວຽດນາມ.

        ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ເລື່ອງທ່ານຮອງນາຍົກລັດຖະມົນຕີ ເບລາຣຸດ Igor Lyashenko ເຂົ້າຮ່ວມ ແລະ ຕັດແຖບຜ້າເປີດສະຫຼອງໂຮງງານຮ່ວມທຸລະກິດ ລົດບັນທຸກ MAZ ຢູ່ ຫວຽດນາມ ແມ່ນການເຄື່ອນໄຫວທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງລັດຖະບານ ເບລາຣຸດ ຕໍ່ກັບບັນດາໂຄງການເສດຖະກິດສອງຝ່າຍກັບ ຫວຽດນາມ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຂົງເຂດການຜະລິດໂອໂຕທີ່ໄດ້ຮັບຄວາມເອົາໃຈໃສ່ ແລະ ໜູນຊ່ວຍຢ່າງແຮງຈາກລັດຖະບານ ຫວຽດນາມ, ດັ່່ງນັ້ນການຮ່ວມມືຜະລິດລົດຂົນສົ່ງລະຫວ່າງສອງປະເທດມີສາມາດປະສົບຜົນສຳເລັດສູງ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ໃນອະນາຄົດ ຝ່າຍ ເບລາຣຸດ ຈະຄົ້ນຄ້ວາການສ້າງບໍລິສັດຮ່ວມທຸລະກິດກັບ ຫວຽດນາມໃນການຜະລິດຢາງລົດໂອໂຕໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ