ສ້າງ​ການ​ຫັນ​ປ່ຽນ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້, ການ​ກະ​ທຳ​ໃນ​ການ​ຈຳ​ກັດ​ຂີ້​ເຫຍື້ອ​ຢ​າງປ​ຼາດ​ສ​ຕິກ

(VOVWORLD) -ວັນທີ 14 ທັນວາ, ຢູ່ນະຄອນ ຕຸຍຮ່ວາ (ແຂວງຟູອຽນ), ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຕີລາຄາໝາກຜົນຂອງ ການປະຕິບັດຂະບວນການຕ້ານຂີ້ເຫຍື້ອຢາງປຼາດສຕິກ ມາເປັນເວລາ 1 ປີ. 

ສ້າງ​ການ​ຫັນ​ປ່ຽນ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້, ການ​ກະ​ທຳ​ໃນ​ການ​ຈຳ​ກັດ​ຂີ້​ເຫຍື້ອ​ຢ​າງປ​ຼາດ​ສ​ຕິກ - ảnh 1

ກອງປະຊຸມຕີລາຄາໝາກຜົນຂອງ ການປະຕິບັດຂະບວນການຕ້ານຂີ້ເຫຍື້ອຢາງປຼາດສຕິກ ມາເປັນເວລາ 1 ປີ  (ພາບ: nhandan.com.vn

ຂະບວນການໂດຍ ທ່ານນາຍົກລັດຖະມົນຕີ ປຸກລະດົມໃນເດືອນມິຖຸນາ ປີ 2019 ເພື່ອຫຼຸດຜ່ອນ, ຕ້ານມົນລະພິດໂດຍ ຂີ້ເຫຍື້ອຢາງປຼາດສຕິກກໍ່ຂຶ້ນ ຢູ່ ຫວຽດນາມ. ພາຍຫຼັງ ການປະຕິບັດຂະບວນການມາເປັນ 1 ປີ, ຄວາມຮັບຮູ້ຂອງປະຊາຊົນ, ປະຊາຄົມ ແລະ ວິສາຫະກິດໄດ້ຍົກສູງຂຶ້ນ, ໃນເບື້ອງຕົ້ນ ບັນລຸໄດ້ວິທີການແກ້ໄຂ, ມີພະລິດຕະພັນປ່ຽນແທນໃຫ້ແກ່ ຖົງນີລົງທີ່ຍ່ອຍສະຫຼາຍຍາກ ແລະ ຖົງປຼາດສຕິກໃຊ້ເທື່ອດຽວແລ້ວ.

        ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ວາງອອກບັນດາວິທີການທີ່ມີແຕ່ດົນນານ, ແຜນການຜັນຂະຫຍາຍບັນດາວິທີການແກ້ໄຂຈຳກັດຂີ້ເຫຍື້ອຢາງປຼາດຕິກຢູ່ທ້ອງຖິ່ນ, ຫົວໜ່ວຍ, ວິສາຫະກິດ. ໜຶ່ງໃນບັນດາບັນຫາທີ່ໄດ້ວາງໄວ້ ແມ່ນສ້າງແຜນການ, ວິວັດການເກັບໂຮມ, ນຳໃຊ້ຄືນໃໝ່, ບຳບັດສິ່ງເສດເຫຼືອ, ຊຸກຍູ້ພັດທະນາການສ້າງເສດຖະກິດໝູນວຽນ, ຖືສິ່ງເສດເຫຼືອປຼາດສຕິກແມ່ນຊັບພະຍາກອນ, ຄົ້ນຄ້ວາ, ສ້າງກົນໄກ, ນະໂຍບາຍສົ່ງເສີມບັນດາພື້ນຖານການຜະລິດຫັນເປັນເຕັກໂນໂລຢີທີ່ເປັນມິດກັບສິ່ງແວດລ້ອມປ່ຽນແທນຜະລິດຕະພັນປຼາດສຕິກໃຊ້ເທື່ອດຽວ.

ຕອບກັບ

ຂ່າວ/ບົດ​ອື່ນ