ສ້າງການຫັນປ່ຽນໃນຄວາມຮັບຮູ້ກ່ຽວກັບປະຊາທິປະໄຕ ແລະ ການປະຕິບັດປະຊາທິປະໄຕຢູ່ຂັ້ນຕ່າງໆ

(VOVWORLD) - ວັນທີ 30 ສິງຫາ, ຢູ່ແຂວງ ອານຢາງ, ຄະນະຊີ້ນຳສູນກາງກ່ຽວກັບການປະຕິບັດລະບຽບການປະຊາທິປະໄຕຂັ້ນຮາກຖານໄດ້ຈັດຕັ້ງກອງປະຊຸມຕີລາຄາໝາກຜົນແຫ່ງການກວດກາການກໍ່ສ້າງ ແລະ ປະຕິບັດກົດລະບຽບປະຊາທິປະໄຕຢູ່ຂັ້ນຮາກຖານປີ 2017 ຢູ່ບັນດາແຂວງພາກຕາເວັນຕົກພາກໃຕ້. 
ສ້າງການຫັນປ່ຽນໃນຄວາມຮັບຮູ້ກ່ຽວກັບປະຊາທິປະໄຕ ແລະ ການປະຕິບັດປະຊາທິປະໄຕຢູ່ຂັ້ນຕ່າງໆ - ảnh 1 ພາບປະກອບ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ຫົວໜ້າຄະນະຊີ້ນຳສູນກາງ ກ່ຽວກັບການປະຕິບັດລະບຽບປະຊາທິປະໄຕຂັ້ນຮາກຖານ, ຮຽກຮ້ອງໃຫ້ບັນດາທ້ອງຖິ່ນສືບຕໍ່ຜັນຂະຫຍາຍ, ຫັນບັນດາແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ກ່ຽວກັບການປະຕິບັດປະຊາທິປະໄຕຂັ້ນຮາກຖານເປັນລະບຽບການ… ທ່ານນາງ ເຈືອງທິມາຍ, ເນັ້ນໜັກວ່າ:

        “ໃນໄລຍະຈະມາເຖິງ, ມີ 5 ບັນຫາ: ທຳອິດແມ່ນປະຊາທິປະໄຕຕ້ອງໄປຄຽງຄູ່ກັບການປະຕິຮູບບໍລິຫານ, ຍ້ອນກົງຈັກອຳນາດການປົກຄອງແມ່ນກົງຈັກພົວພັນໂດຍກົງທຳອິດກັບປະຊາຊົນ. ທີສອງແມ່ນເພີ່ມທະວີການໂອ້ລົມສົນທະນາກ່ຽວກັບບັນດາບັນຫາຂອງປະຊາຊົນເພື່ອໃຫ້ປະຊາຊົນໄດ້ສະເໜີ ແລະ ຕົນເອງກໍ່ສາມາດແບ່ງປັນຄືນ, ເຮັດແນວໃດເພື່ອໃຫ້ກົນໄກປະຊາຊົນ, ພິເສດແມ່ນກົນໄກປະຊາຊົນເຮັດຕ້ອງດີກ່ວາ. ປະຕິບັດກົດລະບຽບປະຊາທິປະໄຕແມ່ນຕ້ອງຕິດແທດກັບຕົວຈິງຂອງແຕ່ລະບໍລິເວນໃນແຕ່ລະແຫ່ງ”

ຕອບກັບ

ຂ່າວ/ບົດ​ອື່ນ