ສ້າງກາລະໂອກາດ,ເງື່ອນໄຂໃຫ້ແກ່ຄົນຕາບອດ,ຄົນພິການໄດ້ຊົມໃຊ້ບັນດາຜົນງານຂອງວິວັດການພັດທະນາຂອງປະເທດຊາດ

(VOVWORLD) -ຕອນເຊົ້າວັນທີ 09 ກໍລະກົດ, ຢູ່ຮ່າໂນ້ຍ, ສະມາຄົມຄົນຕາບອດຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບ 30 ປີແຫ່ງວັນປະຕິບັດຄຳສັ່ງເລກທີ 51 ຂອງຄະນະເລຂາສູນກາງພັກຊຸດທີ 6 ກ່ຽວກັບເລື່ອງຊ່ວຍເຫຼືອສະມາຄົມຄົນຕາບອດຫວຽດນາມ.
ສ້າງກາລະໂອກາດ,ເງື່ອນໄຂໃຫ້ແກ່ຄົນຕາບອດ,ຄົນພິການໄດ້ຊົມໃຊ້ບັນດາຜົນງານຂອງວິວັດການພັດທະນາຂອງປະເທດຊາດ - ảnh 1(ທ່ານນາງ ເຈືອງທິມາຍ ກ່າວຄຳເຫັນທີ່ກອງປະຊຸມ)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ສະເໜີໃຫ້ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ປຸກລະດົມ, ສົ່ງເສີມ, ຂົນຂວາຍແຫຼ່ງກຳລັງສັງຄົມ ເພື່ອປະກອບສ່ວນພ້ອມກັບລັດໜູນຊ່ວຍ, ເບິ່ງແຍງດູແລ, ຊ່ວຍເຫຼືອຄົນຕາບອດ, ຄົນພິການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່… ທ່ານນາງ ເຈືອງທິມາຍ, ຖືວ່າ ຄວນປະກາດໃຊ້ບັນດານະໂຍບາຍກາລະໂອກາດ, ເງື່ອນໄຂໃຫ້ແກ່ຄົນຕາບອດ, ຄົນພິການໄດ້ຮ່ຳຮຽນ, ມີວຽກເຮັດງານທຳ, ໄດ້ຊົມໃຊ້ບັນດາຜົນງານຂອງວິວັດການພັດທະນາຂອງປະເທດທີ່ນຳມາໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ