ສ້າງກາລະໂອກາດເພື່ອນຳສິນຄ້າ ຫວຽດນາມ ອອກສູ່ໂລກ

(VOVWORLD) - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫາກໍ່ຮ່ວມມືຢ່າງເປັນທາງການກັບບໍລິສັດການຄ້າເອເລັກໂຕນິກນາໆຊາດ Amazon ເພື່ອໜູນຊ່ວຍວິສາຫະກິດ ຫວຽດນາມ ສົ່ງເສີມການສົ່ງອອກສິນຄ້າຜ່ານລະບົບການຄ້າເອເລັກໂຕນິກ.

ຕາມນັ້ນແລ້ວ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ສົມທົບກັບ Amazon Globle Speling (Amazon) ເລືອກເອົາວິສາຫະກິດ, ບຳລຸງສ້າງທັກສະ ເພື່ອແນໃສ່ນຳຜະລິດຕະພັນຂອງ ຫວຽດນາມ ເຂົ້າລະບົບຂາຍເຄື່ອງອອນລາຍຂອງ Amazon. ທ່ານ ໂດ້ທັ໊ງຫາຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

        ນີ້ແມ່ນໜຶ່ງໃນບັນດາຈຸດໃໝ່ຂອງວຽກງານສົ່ງເສີມການຄ້າ ແລະ ກໍ່ແມ່ນມາດຕະການມີປະສິດທິຜົນທີ່ສຸດ ໂດຍຜ່ານວິສາຫະກິດໃຫຍ່ ແລະ ນຳມາເຊິ່ງປະສິດທິຜົນສູງໃຫ້ບັນດາວິສາຫະກິດ ຫວຽດນາມ ດ້ວຍຄ່າໃຊ້ຈ່າຍເໝາະສົມ. ພວກເຮົາຄວນກຳແໜ້ນການຄ້າເອເລັກໂຕນິກ ເພື່ອອາດຈະໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ໃນການສົ່ງອອກສິນຄ້າ ກໍ່ຄືໂຄສະນາເຄື່ອງໝາຍການຄ້າຂອງຕົນໃນບັນດາເວັບໄຊເອເລັກໂຕນິກ.

        ຕາມແຜນການຮ່ວມມືກັບ ຫວຽດນາມ ແລ້ວ, Amazon ຈະໜູນຊ່ວຍວິສາຫະກິດ ຫວຽດນາມ ໃນນັ້ນ ໃຫ້ບຸລິມະສິດແກ່ບັນດາວິສາຫະກິດຂະໜາດກາງ ແລະ ໜ້ອຍ, ແຊກຊຶມເຂົ້າກັບຕະຫລາດໂລກ ໂດຍຜ່ານເວັບໄຊ Amazon.com.

ຕອບກັບ

ຂ່າວ/ບົດ​ອື່ນ