ສ້າງກຳລັງຕຳຫຼວດປະຊາຊົນໃຫ້ປອດໄສ,ໝັ້ນຄົງເຂັ້ມແຂງ

ສ້າງກຳລັງຕຳຫຼວດປະຊາຊົນໃຫ້ປອດໄສ,ໝັ້ນຄົງເຂັ້ມແຂງ - ảnh 1
ທ່ານເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ
​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ຕຳຫຼວດ​ສູນ​ກາງ
(ພາບ: TTXVN)

(vovworld) - ວັນ​ທີ 25/8, ຢູ່​ຮ່າ​ໂນ້ຍ, ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ຕຳຫຼວດ​ສູນ​ກາງ ກ່ຽວ​ກັບ​ການ​ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄະນະ​ພັກ​ຕຳຫຼວດ​ສູນ​ກາງອາຍຸ​ການ 2015-2020. ກ່າວ​ຄວາມ​ເຫັນ​ສະຫຼຸບ​ການ​ເຮັດ​ວຽກ, ທ່ານເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ສະ​ເໜີຄະນະ​ພັກ​ຕຳຫຼວດ​ສູນ​ກາງຮັບ​ເອົາ​ຄວາມ​ເຫັນ​ຂອງ​ກົມ​ການ​ເມືອງ, ​ເຮັດ​ແຈ້ງ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ໃຫຍ່​ໃຫ້​ແທດ​ເໝາະ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່ ບໍ່​ພຽງ​ແຕ່​ໃຫ້​ໄລຍະ 5 ປີຈະ​ມາ​ເຖິງ​ເທົ່າ​ນັ້ນ, ຫາກ​ໃຫ້​ໄລຍະ​ຍາວ​ກວ່າ​ອີກ. ທ່ານເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ:

“ກຳລັງ​ຕຳຫຼວດ​ປະຊາຊົນ​ຕ້ອງ​ກຳ​ແໜ້ນ​ສະພາບ​ການ, ຈາກ​ນັ້ນ​ສະ​ເໜີ, ​ເປັນ​ເສນາ​ທິການ​ໃຫ້​ພັກ, ລັດ​ຢ່າງ​ຊັດ​ເຈນ… ພວກ​ເຮົາ​ເອງ​ຕ້ອງ​ກຽນ​ພ້ອມ​ຮັບ​ມື, ​ແຕ່​ກໍ່​ຕ້ອງ​​ເປັນ​ເຈົ້າ​ການ​ບຸກຕີ ບໍ່​ໄດ້​ຕົກ​ຢູ່​ໃນ​ທ່າ​ຮັບ, ​ເດັດ​ດຽວ​ເຮັດ​ໃຫ້​ທຸກ​ກົນອຸບາຍ ​ແລະ ການ​ກະທຳ​ຕ້ານ​ທຳລາຍ​ປະ​ເທດ​ຖືກ​ປະລາ​ໄຊ. ນີ້​ແມ່ນ​ແນວ​ຄິດ​ຊີ້​ນຳ​ຍຸດ​ທະ​ສາດ“.

ທ່ານເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ໃສ່​ໃຈ​ເປັນ​ພິ​ເສດ​ວ່າ, ກຳລັງ​ຕຳຫຼວດ​ຕ້ອງ​ກໍ່ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ​ໃຫ້​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ, ຊຳ​ນາ​ນງານ, ປະຕິບັດ​ຄຳ​ສັ່ງສອນຕຳຫຼວດ​ປະຊາຊົນ 6 ຂໍ້​ຂອງ​ປະທານ ​ໂຮ່ຈີ​ມິນ​ ເປັນ​ຢ່າງ​ດີ. ຄຽງ​ຂ້າງ​ນັ້ນ, ກຳລັງ​ຕຳຫຼວດ​ຈົ່ງ​ຍົກ​ສູງ​ຄຸນ​ນະພາ​ບຂະ​ບວນການ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ສະ​ຫົງ​ບປອດ​ໄພ; ຈຳກັດ​ການລະ​ເມີດ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຕຳຫຼວດ​ແມ່ນ​ແກ່ນສານ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ​ໃນ​ໝູ່​ປະຊາຊົນ.. ສ້າງ​ການ​ຫັນປ່ຽນ​ໃໝ່​ທີ່​ມີ​ປະສິດທິ​ຜົນ​ໃນ​ໄລຍະ 5 ປີ ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ