ສ້າງ​ກຳ​ລັງ​​ເພື່ອ​ໃຫ້​ໄວ​ໜຸ່ມ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດຂອງ ຫວຽດ​ນາມ ພັດ​ທະ​ນາ

(VOVWORLD) -ລາງວັນແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ຈະນັບມື້ນັບພັດທະນາແບບຍືນຍົງ, ສືບຕໍ່ແມ່ນແຫຼ່ງກຳລັງໜູນສູ້ຊົນຂອງໄວໜຸ່ມທົ່ວປະເທດ.
ສ້າງ​ກຳ​ລັງ​​ເພື່ອ​ໃຫ້​ໄວ​ໜຸ່ມ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດຂອງ ຫວຽດ​ນາມ ພັດ​ທະ​ນາ - ảnh 1 ທ່ານ ຫວໍວັນເຖື໋ອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີຍ້ອງຍໍຊົມເຊີຍ 10 ແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ, 10 ແບບຢ່າງໜຸ່ມ ຫວຽດນາມ ທີ່ມີແງ່ຫວັງປີ 2020 ເຊິ່ງຖືກຈັດຂຶ້ນໃນຕອນຄ່ຳວັນທີ 21 ມີນາ, ຕາງໜ້າໃຫ້ການນຳພັກ, ລັດ ຫວຽດນາມ, ທ່ານ ຫວໍວັນເຖື໋ອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ປາດຖະໜາວ່າ ລາງວັນແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ຈະນັບມື້ນັບພັດທະນາແບບຍືນຍົງ, ສືບຕໍ່ແມ່ນແຫຼ່ງກຳລັງໜູນສູ້ຊົນຂອງໄວໜຸ່ມທົ່ວປະເທດ. ເພື່ອເສີມຂະຫຍາຍທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງລາງວັນດັ່ງກ່າວໃນໄລຍະຈະມາເຖິງ, ທ່ານ ຫວໍວັນເຖື໋ອງ ສະເໜີ ໃຫ້ສູນກາງຄະນະຊາວໜຸ່ມ, ກອງທຶນໜູນຊ່ວຍໄວໜຸ່ມ ຫວຽດນາມ ມີຄວາມເກັ່ງກ້າສາມາດ ແລະ ໜັງສືພິມ ຕ່ຽນຟອງ - ອົງການຈັ້ງຕັ້ງປະຈຳ ກອງທຶນດັ່ງກ່າວ ຈົ່ງສືບຕໍ່ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງ, ຂອບຂະໜາດຂອງກອງທຶນ ແລະ ລາງວັນດັ່ງກ່າວ, ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທດຈິງຕື່ມອີກ ເພື່ອສ້າງກຳລັງໃຫ້ໄວໜຸ່ມຜູ້ມີຄວາມເກັ່ງກ້າສາມາດພັດທະນາກວ່າອີກ.

        “ໄວໜຸ່ມຜູ້ມີຄວາມເກັ່ງກ້າສາມາດ ແລະ ບັນດາ ແບບຢ່າງດີເດັ່ນ ເຊິ່ງຄະນະຊາວໜຸ່ມເລືອກຄົ້ນ ແລະ ຍ້ອງຍໍຊົມເຊີຍນີ້ ກໍເປັນພຽງບາດກ້າວເບື້ອງຕົ້ນ. ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ໝູ່ຄະນະ, ທົ່ວສັງຄົມ ແລະ ແຕ່ລະຄອບຄົວ ຄວນເອົາໃຈໃສ່ເບິ່ງແຍງດູແລ, ຝຶກອົບຮົມບຳລຸງສ້າງ, ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ໄວໜຸ່ມຜູ້ມີຄວາມເກັ່ງກ້າສາມາດ ມີໂອກາດເພື່ອຢັ້ງຢືນຄວາມສາມາດຂອງຕົນ, ອຸທິດສ່ວນກຳລັງແຮງໜຸ່ມ ແລະ ພູມປັນຍາຂອງຕົນເຂົ້າໃນການພັດທະນາຂອງບ້ານເກີດເມືອງນອນ ແລະ ປະເທດຊາດ”.

        ໂອກາດນີ້,  ກອງທຶນໜູນຊ່ວຍໄວໜຸ່ມ ຫວຽດນາມ ມີຄວາມເກັ່ງກ້າສາມາດ ແລະ 2 ສ່ວນບຸກຄົນ ໄດ້ເປັນກຽດຂຶ້ນຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ຍ້ອນມີຜົນງານໃນການຄົ້ນຫາ ແລະ ເສີມຂະຫຍາຍຄວາມເກັ່ງກ້າສາມາດຂອງໄວໜຸ່ມ.


ຕອບກັບ

ຂ່າວ/ບົດ​ອື່ນ