ສ້າງ​ກຳ​ລັງ​ໜູນ, ສະ​ພາບ​ແວດ​ລ້ອມແກ້ງ​ແຍ້ງ​ທີ່​ປອດ​ໃສເພື່ອໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍົກ​ສູງ​ຄຸນ​ນະ​ພາບ​ສິນ​ຄ້າ

(VOVWORLD) -ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງ ບັ້ນຂົນຂວາຍ “ຊາວຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍບັ້ນຂົນຂວາຍ“ຊາວຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” ໃນປີ 2022.

ສ້າງ​ກຳ​ລັງ​ໜູນ, ສະ​ພາບ​ແວດ​ລ້ອມແກ້ງ​ແຍ້ງ​ທີ່​ປອດ​ໃສເພື່ອໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍົກ​ສູງ​ຄຸນ​ນະ​ພາບ​ສິນ​ຄ້າ - ảnh 1ທ່ານ ໂດວັນຈ້ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ  ກ່າວຄຳເຫັນທີ່ບັ້ນຂົນຂວາຍ (ພາບ: TTXVN)

ຫຼາຍຄຳເຫັນຂອງບັນດາຜູ້ແທນທີ່ກອງປະຊຸມໄດ້ສະເໜີບັນດາມາດຕະການແກ້ໄຂຜັນຂະຫຍາຍໃຫ້ເພື່ອບັ້ນຂົນຂວາຍໄດ້ແຜ່ຂະຫຍາຍອອກສູ່ສັງຄົມ ແລະ ກາຍເປັນກຳລັງໜູນສຳຄັນໃນການເສີມຂະຫຍາຍກຳລັງແຮງຂອງປະຊາຊົນທຸກຊັ້ນວັນນະ. ທີ່ກອງປະຊຸມ, ທ່ານ ໂດວັນຈ້ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະເໜີວ່າ:

ເພີ່ມທະວີການເຄື່ອນໄຫວກວດກາ, ຄວບຄຸມຕະຫຼາດ, ຍົກສູງປະສິດທິຜົນການຕິດຕາມກວດກາ ແລະ ການສຳຫຼວດ, ການສ້າງຕັ້ງຄະນະຊີ້ນຳນັ້ນແມ່ນຈະຈັດສົ່ງ ບັນດາຄະນະປະຕິບັດງານລົງໄປແຂວງ, ນະຄອນ ຈື່ງສາມາດສ້າງຄວາມເຂັ້ມແຂງໄດ້. ນີ້ແມ່ນບັ້ນຂົນຂວາຍ ສະນັ້ນຕ້ອງສົມທົບກັນເຮັດຈັດຕັ້ງບັນດາລາຍການຍ້ອງຍໍບັນດາວິສາຫະກິດ ດີເດັ່ນຄັດເລືອກເອົາຜະລິດຕະພັນທີ່ມີຄຸນນະພາບ. ຈາກນັ້ນແຜ່ຂະຫຍາຍອອກເປັນວົງກວ້າງຈຶ່ງດຶງດູດສັງຄົມໄດ້

ຄະນະຊີ້ນຳບັ້ນຂົນຂວາຍ “ຊາວຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” ກໍ່ເຫັນດີສືບຕໍ່ຍູ້ແຮງການນຳໃຊ້ວິທະຍາສາດ, ຍົກສູງມາດຕະຖານ, ຄຸນນະພາບຂອງຜະລິດຕະພັນ, ສິນຄ້າ ການບໍລິການ; ຜັນຂະຫຍາຍບັນດາການນໍາໃຊ້ເຕັກໂນໂລຊີກຳນົດຕົ້ນກຳເນີດ ຜະລິດຕະພັນ; ການສ້າງ, ປ້ອງກັນເຄື່ອງໝາຍການຄ້າຂອງບໍລິສັດ, ຜະລິດຕະພັນ; ຍົກສູງກຳລັງຄວາມສາມາດພາຍໃນ, ກຳລັງແກ່ງແຍ້ງ; ເສີມຂະຫຍາຍບົດບາດເປັນຫົວຈັກຫຼັກແຫຼ່ງຕັ້ນຕໍບັນດາກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ