ສ້າງກຳລັງໜູນໃໝ່ຊຸກຍູ້ນະຄອນໂຮ່ຈີມິນພັດທະນາຢ່າງແຮງແລະຍືນຍົງ

ສ້າງກຳລັງໜູນໃໝ່ຊຸກຍູ້ນະຄອນໂຮ່ຈີມິນພັດທະນາຢ່າງແຮງແລະຍືນຍົງ - ảnh 1
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ
(ພາບປະກອບ)

(vovworld) – ທີ່​ກອງ​ປະຊຸມ “ຮ່າ​ໂນ້ຍ 2016- ການຮ່ວມ​ມື​ລົງທຶນ ​ແລະ ພັດທະນາ” ທີ່ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ 6 ຜ່ານ​ມາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ. ​ເນື່ອງ​​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕອບ​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ​ບາງ​​ເນື້ອ​ໃນ​ກ່ຽວຂ້ອງ​:

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ຮ່າ​ໂນ້ຍ ຕ້ອງ​ນຳ​ໜ້າ ​ແລະ ກາຍ​​ເປັນ​ສູນ​ດຳ​ເນີນ​ອາຊີບ, ສູນ​ມີ​ຫົວ​ຄິດ​ປະດິດ​ສ້າງ​ຂອງ​ທົ່ວ​ປະ​ເທດ. ຢາກ​ໄດ້​ຄື​ແນວ​ນັ້ນ, ອຳນາດ​ການ​ປົກຄອງ​ນະຄອນ​ຍາມ​ໃດ​ກໍ່​ຕ້ອງ​ມີ​ຈິດ​ໃຈ​ດຳ​ເນີນ​ອາຊີບ, ກຽມພ້ອມ​ປ່ຽນ​ໃໝ່, ຮັບ​ເອົາ​​ຂໍ້​ລິ​ເລີ່​ມສົ່ງ​ເສີມ​ໜູນ​ຊ່ວຍຫຼາຍຢ່າງ​ເພື່ອ​ໃຫ້​ບັນດາ​ຮູບ​ແບບ​ວິ​ສາ​ຫະກິດ​​ດຳ​ເນີນ​ອາຊີບ, ວິ​ສາ​ຫະກິດ​ມີ​ຫົວຄິດ​ປະດິດ​ສ້າງ​ໃໝ່​ພັດທະນາ​ຢ່າງ​ໄວຢູ່​ຮ່​າ​ໂນ້ຍ​. ອຳນາດ​ການ​ປົກຄອງ​ນະຄອນ​ຕ້ອງ​ສ້າງ​ເງື່ອນ​ໄຂ​ສະພາບ​​ແວດ​ລ້ອ​ມ​ແຫ່ງ​ການດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ, ດຶງ​ດູດ ​ແລະ ສົ່ງ​ເສີ່​ມປະຊາຊົນ​ທຸກ​ຊັ້ນ​ວັນນະ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ດຳ​ເນີນ​ອາຊີບ ​ແລະ ລົງທຶນ, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ກຳລັງ​ໜູນ​ສຳຄັນ​ເພື່ອ​ພັດທະນາ​ເສດຖະກິດ​ພາກ​ເອກະ​ຊົນ, ​ລະດົມ​ແຫຼ່ງຊັບພະຍາກອນ​ມະນຸດຂອງ​ທົ່ວ​ສັງຄົມ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ 4 ພວມ​ເຮັດ​ໃຫ້​ທຸກໆ​ພື້ນຖານ​ອຸດສາຫະກຳ​ຂອງ​ປະ​ເທດ​ໜຶ່ງ​ປ່ຽນ​ແປງ ​ແລະ ປະ​ຈຸບັນ, ຫຼາຍ​ດ້ານ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4 ​ໄດ້​ປະກົດ​ມີ​ຢູ່ ຫວຽດນາມ, ​ໃນ​ນັ້ນ, ​ແຂງ​ແຮງ​ທີ່​ສຸດ​ແມ່ນ​ຢູ່ ຮ່າ​​ໂນ້ຍ. ດັ່ງ​ນັ້ນ, ນະຄອນ​ຕ້ອງ​ນຳ​ໜ້າ​ໃນ​ການ​ສ້າງ​ກົນ​ໄກ​ຊຸກຍູ້​ຮູບ​ແບບ​ເສດຖະກິດ​ໃໝ່​ໃຫ້​ພັດທະນາ, ດຶງ​ດູດ, ຊຸກຍູ້ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ໜຸ່ມ​ສຸ​ມ​ຈິດ​ທີ່​ມີ​ຄວາມ​ສຸດ​ໃຈ​ອຸທິດ​ສ່ວນ​ໃຫ້​​ແກ່​ນະຄອນຫຼວງ, ​ໃຫ້​ແກ່​ປະ​ເທດ​ຊາດ. ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ​ໃນ​ສະພາບ​ການ ຫວຽດນາມ ມີ​ການ​ພົວພັນ​ການ​ຄ້າ​ເສລີ​ກັບ 55 ປະ​ເທດ, ​ໃນ​ນັ້ນ​ມີ 20 ປະ​ເທດ​ຂຶ້ນ​ກັບ​ກຸ່ມ G20 ​ແລະ ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ແບບ​ໃໝ່, ບັນດາ​ວິ​ສາ​ຫະກິດ ຮ່າ​ໂນ້ຍ ຈະ​ຢືນ​ຕໍ່​ໜ້າ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາ​ຍອັນ​ໃຫຍ່​ຫຼວງ. ດັ່ງ​ນັ້ນ, ນະ​ຄອນ​ຫຼວງ ຕ້ອງໝູນ​ໃຊ້​ກາລະ​​ໂອກ​າດນີ້​ເພື່ອ “ຍົກ​ລະດັບ” ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຜ່ານ​ການ​ເຊື່ອມ​ຕໍ່, ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ອຸດສາຫະກຳ​ສຳຮອງ. ຮ່າ​ໂນ້ຍຕ້ອງ​ພັດທະນາ​ໃນ​ການ​ພົວພັນ​ເຊື່ອມ​ຕໍ່​ເຂດ​ເພື່ອ​ເປີດ​ກ້ວາງ​ບໍລິ​ເວນ​ພັດທະນາ, ສົມທົບ​ກັບ​ບັນດາ​ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ.


ຂ່າວ/ບົດ​ອື່ນ